ແຂວງສາລະວັນ ເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 106,02 ຕື້ກີບ

ເນື່ອງໃນໂອກາດ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປ​ປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ໂດຍ​ມີ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ມີບັນດາການ​ນຳ​ແຂວງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ໃຫ້​ການ​ຕ້ອນ​ຮັບ.

อาจเป็นรูปภาพของ 1 คน และ กำลังยืน

​ໃນ​ວັນ​ທີ 17 ທັນ​ວາ 2021 ທ່ານ ທ​ອງ​ລຸນ ສີ​ສຸ​ລິດ ໄດ້​ໃຫ້​ກຽດ​ໂອ້​ລົມ ການ​ນຳ​ ແລະ ພະ​ນັກ​ງານຫລັກ​ແຫລງຂອງ​ແຂວງ ທີ່ສະໂມສອນຂອງແຂວງສາລະວັນ ຊຶ່ງ ທ່ານ ໂພໄຊ ໄຊຍະສອນ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງສາລະວັນ, ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງແຂວງໂດຍສັງເຂບ.

ສະເພາະວຽກງານຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໄດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ ຈັງຫວະການຂະຫຍາຍຕົວເສດຖະກິດຂອງແຂວງຢູ່ໃນລະດັບ 1,4%, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 106,02 ຕື້ກີບ; ເທົ່າກັບ 61% ຂອງແຜນປີ (ຄາດຄະເນໝົດປີ 117,4 ຕືກີບ ເທົ່າກັບ 67,55%) ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ 26,45 ຕື້ກີບ ເທົ່າກັບ 40,7% ຂອງແຜນ ແລະ ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 79,56 ຕື້ກີບ ເທົ່າກັບ 73,12% ຂອງແຜນ, ປະຕິບັດລາຍຈ່າຍໄດ້ 370,72 ຕື້ກີບ ເທົ່າກັບ 86,54 ຂອງແຜນປີ.

ໃນໂອກາດດັ່ງ​ກ່າວ ທ່ານ ທອງລຸນ ສີສຸລິດ ​ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນເປັນຕົ້ນ: ໃຫ້ອົງຄະນະພັກແຂວງສາລະວັນ ເອົາໃຈໃສ່ຫັນວຽກງານກົງຈັກພັກ-ພະນັກງານໃຫ້ເຂົ້າສູ່ລວງເລິກ ແລະ ມີການຫັນປ່ຽນຢ່າງຈະແຈ້ງ, ສືບຕໍ່ຊີ້ນໍາ-ນໍາພາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດທີ່ລັດຖະບານສຸມໃສ່ຄື: ວາລະວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຕາມຄາດໝາຍຂອງແຜນການທີ່ວາງໄວ້; ສືບຕໍ່ເຂັ້ມງວດໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຫັນເອົາການຄຸ້ມຄອງການເກັບລາຍຮັບໄປສູ່ຄວາມທັນສະໄໝ; ດຶງດູດການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເພື່ອສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ; ຊຸກຍູ້ສົ່ງເສີມປະຊາຊົນ ເຮັດການຜະລິດກະສິກໍາໃຫ້ກາຍເປັນສິນຄ້າຕາມທ່າແຮງບົ່ມຊ້ອນຂອງປະຊາຊົນໃຫ້ຫຼາຍຂຶ້ນ, ສືບຕໍ່ປົກປັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງທ້ອງຖິ່ນໃຫ້ຫຼາຍຂື້ນ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ຂ່າວ-ພາບ: ກິນດາວັນ ອ້ວນນາຄູ