ຍີ່ປຸ່ນຍັງບໍ່ຖິ້ມມືຖືຝາພັບ ເປີດຕົວລຸ້ນໃໝ່ ຮອງຮັບລະບົບ 4G

ໜຶ່ງໃນປະເທດຜູ້ນຳທາງເຕັກໂນໂລຊີຄືປະເທດຍີ່ປຸ່ນຍັງບໍ່ຖິ້ມມືຖືຝາພັບ ພ້ອມເປີດຕົວລຸ້ນໃໝ່ ຮອງຮັບລະບົບ 4G ເນື່ອງຈາກບໍລິສັດ KDDI ທີ່ເປັນເຄືອຂ່າຍຊື່ດັງໃນປະເທດຍີ່ປຸ່ນໄດ້ປະກາດການຍົກເລີກການໃຫ້ບໍລິການລະບົບ 3G ໃນເດືອນມີນາປີໜ້ານີ້ (2022).

ເຖິງຢ່າງໃດກໍຕາມ, ບໍລິສັດ KDDI ໄດ້ຄຳນຶງເຖິງຕະຫລາດຜູ້ໃຊ້ໂທລະສັບແບບຝາພັນ ເຊິ່ງສ່ວນຫລາຍຍັງໃຊ້ລະບົບ 3G ກັນ ຈຶ່ງອອກມືຖືຝາພັບລຸ້ນໃໝ່ທີ່ຍັງໃຊ້ປຸ່ມກົດໃນການນຳໃຊ້ຄືເກົ່າ ບໍ່ມີໜ້າຈໍສຳຜັດ ແຕ່ພັດທະນາມາໃຊ້ລະບົບ 4G ແລະ ຟີເຈີໃໝ່ໆທີ່ສະມາດໂຟນຫລາຍໆລຸ້ນມີກັນເຊັ່ນ: ສາມາດກັນນ້ຳໄດ້ ໂດຍໃຊ້ຊື່ລຸ້ນນີ້ວ່າ: G’zOne Type-XX ເຊິ່ງຜູ້ຜະລິດມືຖືນີ້ຄືບໍລິສັດ Casio Computer ເຊິ່ງເປັນຊື່ບໍລິສັດທີ່ພວກເຮົາຄຸ້ນເຄີຍກັນ.

ໂທລະສັບຮູບແບບຝາພັບນັ້ນຍັງເປັນໂທລະສັບທີ່ໃຊ້ກັນຢູ່ຫລາຍໃນປະເທດຍີ່ປຸ່ນ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ທີ່ເປັນກຸ່ມປະຊາກອນສ່ວນຫລາຍໃນປະເທດ ແລະ ນອກຈາກກຸ່ມຜູ້ສູງອາຍຸແລ້ວ ກຸ່ມຄົນເຮັດວຽກທີ່ຕ້ອງໃສ່ຖົງມືເປັນປະຈຳເຊັ່ນ: ແຮງງານກໍ່ສ້າງ ຫລື ກະສິກອນຫລາຍໆຄົນ ທີ່ຍັງເລືອກໃຊ້ມືຖືຝາພັບແທນມືຖືແບບສະມາດໂຟນໃໝ່ໆ ເນື່ອງຈາກພວກເຂົາສາມາດໃຊ້ມືຖືໄດ້ສະດວກກວ່າມືຖືທີ່ເປັນໜ້າຈໍສຳຜັດ ເຊິ່ງມືຖືໃໝ່ໆສ່ວນຫລາຍໄດ້ຍ້າຍໄປໃຊ້ລະບົບ 4G ແລະ 5G ກັນໝົດແລ້ວ.

ສ່ວນຄູ່ແຂ່ງຂອງ KDDI ຄືເຄືອຂ່າຍ SoftBank ແລະ NTT Docomo ກໍກຽມພ້ອມຈະອອກມືຖືແບບຝາພັບທີ່ຈະຮອງຮັບລະບົບ 4G ຄືກັນ ເຊິ່ງທັງສອງເຄືອຂ່າຍກໍໄດ້ອອກມາປະກາດວັນສິ້ນສຸດການໃຫ້ບໍລິການ 3G ອອກມາຮຽບຮ້ອຍແລ້ວເຊັ່ນກັນ ຄືລະບົບ 3G ຂອງ SoftBank ຈະສິ້ນສຸດການໃຫ້ບໍລິການລົງໃນເດືອນມັງກອນ 2024, ສ່ວນ NTT Docomo ຈະສິ້ນສຸດໃນເດືອນມີນາ 2026.

ອ້າງອີງ:

https://japantoday.com/category/features/new-products/kddi-rolls-out-a-brand-new-flip-phone