ເຊັນບົດບັນທຶກການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານຢູ່ດ່ານສາກົນ

ວັນທີ 13 ທັນວາ 2021 ທີ່ໂຮງແຮມຄາວພາຊາ ນະຄອນຫຼວງວຽງຈັນ, ກົມພາສີ ກະຊວງການເງິນ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມການນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້, ກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານເພື່ອອໍານວຍຄວາມສະດວກໃຫ້ແກ່ການ ນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງຢູ່ດ່ານສາກົນ.

ໂດຍຕາງໜ້າເຊັນບົດບັນທຶກຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ ກັບທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ທ່ານ ນາງ ມະນິວອນ ວົງໄຊ ຫົວໜ້າກົມການນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ, ທ່ານ ດຣ ສີທອງ ພິພັກຂະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງຢູ່ດ່ານສາກົນ, ຊຶ່ງເປັນແຜນງານປັບປຸງການແຈ້ງພາສີ ຜ່ານການຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກການຄ້າສາກົນຂອງອົງການການຄ້າໂລກ ພາຍໃຕ້ການສະໜັບສະໜູນໂຄງການສົ່ງເສີມການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (Lao PDR Competitiveness and Trade Project -LCT) ຊຶ່ງເປັນໂຄງການທີ່ສະໜັບສະໜູນໂດຍຄູ່ຮ່ວມພັດທະນາຫຼາຍຝ່າຍເປັນຕົ້ນ: ທະນາຄານໂລກ, ລັດຖະບານອົດສະຕາລີ, ລັດຖະບານໄອແລນ, ລັດຖະບານອາເມລິກາ.

ຈຸດປະສົງເພື່ອຈັດຕັ້ງປະຕິບັດເພື່ອການຮ່ວມມື, ແລກປ່ຽນຂໍ້ມູນ ແລະ ການປະສານງານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ໂດຍນໍາໃຊ້ໂມດູນເລືອກເຟັ້ນຂອງລະບົບອາຊີກູດາຂອງກົມພາສີ, ແນໃສ່ເຮັດໃຫ້ຂັ້ນຕອນ ແລະ ເວລາຂອງການກວດກາສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າ-ສົ່ງອອກມີຄວາມຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບຢູ່ດ່ານສາກົນເປົ້າໝາຍໃນຂອບເຂດທົ່ວປະເທດ.
ນອກຈາກນີ້, ກະຊວງການເງິນ ຍັງໄດ້ສ້າງຕັ້ງຄະນະກໍາມະການຮ່ວມກັນວຽກງານບໍລິຫານຄວາມສ່ຽງ, ປະ ກອບມີກົມທີ່ກ່ຽວຂ້ອງເປັນຄະນະ ແລະ ການນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ ຍັງເປັນການປະຕິບັດຕາມວຽກຂອງກົມພາສີໃນຖະນະເປັນພາຄີຂອງສົນທິສັນຍາກຽວໂຕສະບັບປັບປຸງ, ເນື່ອງຈາກພາຄີຂອງສົນທິສັນຍາດັ່ງກ່າວ ໄດ້ລະບຸວ່າລັດຖະການພາສີ ຕ້ອງນໍາໃຊ້ຫຼັກການບໍລິຫານຄວາມສ່ຽງເຂົ້າໃນວຽກງານຄວບຄຸມຂອງພາສີ.