ສີລັງກາລົງນາມໃຫ້ຈີນເຊົ່າທ່າເຮືອ ນ້ຳເລິກແຫ່ງສຳຄັນ 99 ປີ
ລັດຖະບານສີລັງກາລົງນາມໃຫ້ລັດວິສາຫະກິດດ້ານທ່າເຮືອຂອງຈີນ ເຊົ່າພື້ນທີ່ຂອງທ່າເຮືອຮຳບັນໂດຕາ ເຊິ່ງເປັນໜຶ່ງໃນທ່າເຮືອແຫ່ງສຳຄັນເປັນເວລາເຖິງ 99 ປີ ເພື່ອພັດທະນາພື້ນທີ່ຕາມນະໂຍບາຍເສັ້ນທາງສາຍໄໝ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂກລົມໂບ ປະເທດສີລັງກາ ໃນວັນທີ 30 ກໍລະກົດນີ້ວ່າ: ທ່ານ ມະຫິນທາ ສະມໍສິງ ລັດຖະມົນຕີກະຊວງການທ່າເຮືອສີລັງກາ ແລະ ທ່ານ ຫູ ຈຽນຫົວ ຮອງປະທານບໍລິສັດໄຊນາ ເມີແຊນ ພອດ ເຊິ່ງເປັນລັດວິສາຫະກິດດ້ານການບໍລິຫານທ່າເຮືອຂອງລັດຖະບານປັກກິ່ງ ລົງນາມຮ່ວມກັນໃນຂໍ້ຕົກລົງພັດທະນາທ່າເຮືອນ້ຳເລິກຮຳບັນໂດຕາ ໃນພິທີລົງນາມຢູ່ນະຄອນຫລວງໂກລົມໂບ ໃນວັນທີ 29 ກໍລະກົດ ໂດຍຂໍ້ຕົກລົງມີມູນຄ່າສູງເຖິງ 1.120 ລ້ານໂດລາສະຫະລັດ ໃຫ້ໄຊນາ ເມີແຊນ ພອດ ເຂົ້າມາມີອັດຕາສ່ວນການຖືຄອງຫຸ້ນຂອງທ່າເຮືອແຫ່ງນີ້ 70% ເພື່ອບໍລິຫານກິດຈະການຂອງທ່າເຮືອເປັນເວລາ 99 ປີ. ນອກຈາກນີ້ ລັດຖະບານສີລັງກາຍັງໃຫ້ຈີນເຊົ່າພື້ນທີ່ອ້ອມທ່າເຮືອອີກປະມານ 6.000 ໄລ່ພາຍໃນໄລຍະເວລາດຽວກັນ ເພື່ອພັດທະນາພື້ນທີ່ເປັນເຂດອຸດສາຫະກຳແຫ່ງໃໝ່ນຳອີກ.

