ຂໍ້ມູນຜູ້ເສຍຊີວິດໃໝ່ 3 ຄົນ ຢູ່ໃນ ສປປ ລາວ ວັນທີ 13 ທັນວາ 2021

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 13 ທັນວາ 2021 ນີ້ວ່າ: ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 458 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 553 ຄົນ, ກໍາລັງປິ່ນປົວ 12.132 ຄົນ ແລະ ເສຍຊີວິດສະສົມທັງໝົດ 250 ຄົນ (ໃໝ່ 3 ຄົນ).

  • ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 3 ຄົນ (ນະຄອນຫຼວງ 2​ ຄົນ ແລະ ບໍລິຄຳໄຊ 1​ ຄົນ)
  1. ເພດຊາຍ ອາຍຸ 58 ປີ. ບ້ານ ໂພນສະຫວາດໃຕ້, ເມືອງສີໂຄດ,​ ນະຄອນຫຼວງວຽງຈັນ

–  ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມຊຳເຮື້ອ

–  ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

  1. ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍແກ້ວ2 , ເມືອງຄໍາເກີດ, ແຂວງບໍລິຄຳໄຊ

–    ພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ

–    ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

  1. ເພດຍິງ, ອາຍຸ 68 ປີ, ບ້ານນໍ້າກຽງ, ເມືອງນາຊາຍທອງ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ຄວາມດັນລືອດສູງ

–    ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19