ເສັ້ນທາງລົດໄຟລາວ-ຈີນ ເປັນເສັ້ນເລືອດໃຫຍ່ແຫ່ງການຄົມມະນາຄົມ ແລະ ການຂົນສົ່ງຂອງລາວ

ໂດຍ: ລູກເມືອງພວນ

ເສັ້ນທາງລົດໄຟລາວ-ຈີນ ປຽບເໝືອນເສັ້ນເລືອດໃຫຍ່ໃນຮ່າງກາຍຂອງປະເທດລາວ ຊຶ່ງກ່ອນໜ້ານີ້ລາວມີຈຸດດ້ອຍ ແລະ ເສຍປຽບປະເທດອື່ນໃນການຂົນສົ່ງສິນຄ້າອອກຕ່າງປະເທດ ເນື່ອງຈາກເປັນປະ ເທດປິດ ໝາຍຄວາມວາບໍ່ມີເສັ້ນທາງເຊື່ອມຈອດກັບທະເລ ຈຶ່ງເຮັດໃຫ້ສິນຄ້າຂອງລາວທີ່ສົ່ງອອກໄປຕ່າງປະເທດມີລາຄາສູງກວ່າປະເທດອື່ນໃນອາຊີຕາເວັນອອກສ່ຽງໃຕ້ ຫລື ໃນບັນດາປະເທດອາຊຽນດ້ວຍກັນ. ນີ້ເປັນຂໍ້ຈຳກັດໃນການແຂ່ງຂັນລາຄາສິນຄ້າກັບຕ່າງປະເທດ ເພາະເສັ້ນທາງຄົມມະນາຄົມບ້ານເຮົາບໍ່ທັນສະດວກສະບາຍເທົ່າທີ່ຄວນ ໂດຍສະເພາະໃນລະດູຝົນແຮ່ງມີຄວາມຫຍຸ້ງຍາກໃນການຂົນສົ່ງ. ເມື່ອການຄົມມະນາຄົມບໍ່ສະດວກຄືແນວນັ້ນ ໄດ້ສົ່ງຜົນສະທ້ອນຕໍ່ຄ່ານໍ້າມັນໃນການຂົນສົ່ງ, ຄຸນນະພາບຂອງສິນຄ້າ, ເສຍເວລາ…ການສິ້ນເປືອງທັງໝົດນັ້ນເຮັດໃຫ້ລາຄາສິນຄ້າຂອງລາວສູງຂຶ້ນຢ່າງຫລີກບໍ່ໄດ້.
ບັດນີ້, ເມື່ອມີເສັ້ນທາງລົດໄຟແລ້ວ ການໄປມາຫາສູ່ກັນ, ການທ່ອງທ່ຽວ, ການຂົນສົ່ງສິນຄ້າ ຈະສະ ດວກສະບາຍຍິ່ງຂຶ້ນ, ວ່ອງໄວຂຶ້ນ ປະຢັດຕົ້ນທຶນການຂົນສົ່ງ, ລາຄາສິນຄ້າຈະຖືກລົງສາມາດແຂ່ງຂັນກັບ ຕ່າງປະເທດໄດ້ເພາະການຂົນສົ່ງດ້ວຍທາງເຫລັກມີຕົ້ນທຶນການຂົນສົ່ງຕໍ່າກວ່າການຂົນສົ່ງດ້ວຍເສັ້ນ ທາງ ອື່ນໆ ເຊັ່ນ: ທາງອາກາດ, ທາງນໍ້າ. ດ້ານໜຶ່ງການຂົນສົ່ງດ້ວຍລາງເຫລັກຈະບັນທຸກສິນຄ້າໄດ້ຢ່າງຫລວງ ຫລາຍ ແລະ ລາຄາກໍຖືກກວ່າ. ນີ້ຄືການໄດ້ປຽບຂອງການຂົນສົ່ງສິນຄ້າດ້ວຍທາງເຫລັກ.
ນອກນີ້, ການມີເສັ້ນທາງລົດໄຟ ຍັງເປັນການກະຕຸ້ນການຜະລິດສິນຄ້າພາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ ບໍ່ວ່າແຕ່ກະສິກຳ, ອຸດສາຫະກຳກໍຈະໄດ້ຮັບການພັດທະນາເຊັ່ນດຽວກັນ, ບັນຍາກາດການທ່ອງທ່ຽວກໍຈະຄຶກ ຄື້ນຂຶ້ນກວ່າເກົ່າ, ນາຍທຶນຕ່າງປະເທດຈະຫລັ່ງໄຫລເຂົ້າມາລົງທຶນຢູ່ໃນລາວນັບມື້ຫລາຍຂຶ້ນ ຊຶ່ງນີ້ເປັນຈຸດແຂງ ແລະ ທ່າໄດ້ປຽບຂອງລາວ.
ພາຍຫລັງເປີດນຳໃຊ້ທາງລົດໄຟຢ່າງເປັນທາງການໃນວັນທີ 3 ທັນວາ 2021 ແລ້ວ, ວັນທີ 5 ກໍໄດ້ມີຂະບວນລົດໄຟ ສົ່ງສິນຄ້າຢາງພາລາຂະບວນທຳອິດຂອງລາວໄປສູ່ຄຸນໝິງປະເທດຈີນ ຫລາຍພັນໂຕນມີມູນຄ່າ 10 ລ້ານຢວນ(ສະກຸນເງິນຈີນ) ແລະ ໃຊ້ເວລາພຽງວັນດຽວກໍໄປເຖິງຈຸດໝາຍ. ນີ້ເປັນສັນຍານບອກວ່າການຂົນສົ່ງສິນຄ້າຢ່າງເປັນທາງການດ້ວຍທາງເຫລັກຄັ້ງປະຫວັດສາດຂອງລາວໄດ້ເລີ່ມຂຶ້ນແລ້ວ.
ການທີ່ລາວມີການຄົມມະນາຄົມທີ່ທັນສະໄໝ ເປັນການໄຂບັນຫາທີ່ລາວມີມາແຕ່ດົນນານທີ່ວ່າ ເປັນປະເທດ “ປິດ” ນັ້ນໄດ້ກາຍມາເປັນປະເທດເຊື່ອມຈອດ, ເຊື່ອມໂຍງກັບສາກົນໄດ້ແລ້ວ.

ເມື່ອມີເສັ້ນເລືອດໃຫຍ່ຄົມມະນາຄົມແລ້ວ, ພວກເຮົາຈົ່ງຈັບເອົາກາລະໂອກາດອັນນີ້ໃຫ້ເກີດຜົນປະ ໂຫຍດສູງສຸດໃຫ້ປະເທດຊາດ ໝາຍຄວາມວາ ທັງພາກລັດ ແລະ ເອກະຊົນຜູ້ປະກອບການ ຈົ່ງໄດ້ເພີ່ມທະວີການລົງທຶນໃສ່ການຜະລິດສິນຄ້າ ໂດຍສະເພາະສິນຄ້າກະສິກຳໃຫ້ຫລາຍເພື່ອສົ່ງອອກພ້ອມທັງເປັນບໍ່ລ້ຽງນັກທ່ອງທ່ຽວທີ່ຈະເຂົ້າມາລາວນັບມື້ຫລາຍຂຶ້ນ. ເມື່ອນັກທ່ອງທ່ຽວເຂົ້າມາທ່ຽວຫລາຍມັນໄດ້ກາຍເປັນແຮງກະຕຸ້ນໃຫ້ຜູ້ປະກອບການຕ້ອງໄດ້ອອກແຮງຫລາຍກວ່າເກົ່າໃນການປະກອບອາຊີບເຊັ່ນ: ເຮືອນພັກ, ໂຮງແຮມ, ແຫລ່ງທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ, ວັດທະນະທຳການທ່ອງທ່ຽວເພື່ອຕອບສະ ໜອງໃຫ້ນັກທ່ອງທ່ຽວໄດ້ດີທີ່ສຸດ, ໃຫ້ນັກທ່ອງທ່ຽວປະທັບໃຈ ເມື່ອເມືອບ້ານແລ້ວ ກໍຢາກກັບຄືນມາອີກ…
ມີທາງລົດໄຟຄືຄວາມພາກພູມໃຈຂອງຄົນລາວທັງຊາດ ພວກເຮົາຈົ່ງພ້ອມກັນປົກປັກຮັກສາໄວ້ໃຫ້ຍາວນານທີ່ສຸດ ແລະ ນຳໃຊ້ໃຫ້ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດບ້ານເມືອງ. ພັດທະນາປະເທດລາວໃຫ້ຮຸ່ງເຮືອງຈະເລີນກ້າວໜ້າຕໍ່ໄປ.