ຈາກນັກເຕະຂວັນໃຈປະຊາຊົນ ເອໂຕ ຂຶ້ນນັ່ງບັນລັງ ສະຫະພັນບານເຕະ ແຄເມີຣູນ

ໃນວັນທີ 12 ເດືອນທັນວາຜ່ານມານີ້ ຊາມູເອລ ເອໂຕ ຕຳນານກອງໜ້າທີມຊາດກາເມຣູນ ໄດ້ຮັບຕໍາແໜ່ງປະທານສະຫະພັນບານເຕະ ແຄມເມີຣູນ. ພາຍຫຼັງ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ຢ່າງ​ລົ້ນເຫລືອ.

ເຈົ້າຂອງລາງວັນນັກເຕະດີເດ່ັນແຫ່ງປີຂອງທະວີບແອຟຣີກາ 4 ສະໄໝ  ລົງສະຫມັກເປັນຜູ້ທ້າຊີງຕຳແໜ່ງໃນປີນີ້ ໂດຍການວັນເລືອກຕັ້ງມີຜູ້ສະຫມັກທີ່ຮ່ວມຊີງບັນລັງຫລາຍເຖິງ 7 ຄົນ ກ່ອນຖອນຕົວອອກໄປເຖິງ 5 ຄົນ ໃນໄລຍະຊ່ວງເຊົ້າວັນເລືອກຕັ້ງ.

ໃນທີ່ສຸດ ເອໂຕ ທີ່ໄດ້ຮັບຄະແນນສຽງເຫນືອກວ່າ ເຊດູ ເອັມບອມໂບ ເອັນໂຈຢາ  ຮອງປະທານສະຫະພັນຄົນທີ 4 ເຮັດໃຫ້ລາວໄດ້ຮັບຕຳແຫນ່ງປະທານສະຫະພັນເປັນຄັ້ງທໍາອິດ. ພ້ອມ​ທັງ​ກະກຽມ​ງານ​ໃຫຍ່​ເພື່ອ​ກຽມ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ເຕະບານ ແອຟຣິກາ ຄັບ ອອບ ເນຊັນ 2021  ຫຼັງ​ປີ​ໃໝ່​ລະຫວ່າງ​ວັນ​ທີ 9 ມັງກອນ – 6 ກຸມພາ ທີ່ຈະມາເຖິງນີ້.

ສຳລັບ ເອໂຕ ອາຍຸ 40 ປີ ເຄີຍຫຼິ້ນໃຫ້ກັບ ເຣອັນ ມາດຣິດ, ເອສປັນຢອນ, ເຣອັນ ມາຢໍກາ ແລະ ບາເຊໂລນາ  ​​ຄວ້າແຊ໊ມ ລາ ລີກາ 3 ສະໄໝ ແລະ ຢູຟາ ແຊ໊ມປຽນລີກ 2 ສະໄໝ ກ່ອນຈະຍ້າຍໄປຢູ່ກັບ ອິນເຕີ ມິລານ ເຊິ່ງກໍກວາດແຊ໊ມ ທັງ ກັລໂຊ ເຊເຣຍ ອາ ອິຕາລີ, ໂຄບປາ ອິຕາເລຍ, ຢູຟາ ແຊ໊ມປຽນລີກ ແລະ ແຊ໊ມສະໂມສອນໂລກໃນປີ 2010.

ຫຼັງຈາກນັ້ນຍ້າຍໄປຢູ່ໃນພຣີເມຍລີກອັງກິດກັບ ເຊລຊີ ແລະ ເອເວີຕັນ ໃນປີ 2013-2015, ຈົນ ລາວໄດ້ແຂວນສະຕັດເຊົາຫລິ້ນກັບ ກາຕາ ເອສຊີ ໃນປີ 2019.

ສ່ວນທີມຊາດແຄມເມີຣູນ ເອໂຕ ກໍຊ່ວຍໃຫ້ທີມຄວ້າແຊ໊ມແອຟຣິກາ ຄັບ ອອບ ເນຊັນ 2 ສະໄຫມໃນປີ 2000 ແລະ 2002, ລວມເຖິງໄດ້ຫຼຽນຄໍາໃນງານກິລາໂອລິມປິກເກມ 2000 ທີ່ນະຄອນຊິດນີ ປະເທດອອສເຕຣເລຍ.