ແຜນງົບປະມານແຫ່ງລັດຮອດວັນທີ 07 ທັນວາ 2021 ດ້ານລາຍຮັບປະຕິບັດໄດ້ 22.134 ຕື້ກີບເທົ່າກັບ 80,14% ຂອງແຜນການປີ

ວັນທີ 09 ທັນວາ 2021 ຜ່ານມານີ້, ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກ້ອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ-ວຽກຈຸດສຸມປີ 2021 ແລະ ທິດແຜນການປີ 2022, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຄະນະກົມ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໃນກອງປະຊຸມທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປີ 2021 ແລະ ທິດທາງແຜນການປີ 2022, ພ້ອມທັງຍົກໃຫ້ເຫັນບັນດາມາຕະການລາຍຈ່າຍ 06 ເດືອນຕົ້ນປີ 2021, ແຈ້ງການ 06 ເດືອນທ້າຍປີ 2021, ຄົ້ນຄ້ວາຂໍ້ຕົກລົງກ່ຽວກັບການປະຕິບັດນະໂຍບາຍງົບ ປະມານຮັບໃຊ້ວຽກງານໂຄວິດ-19, ລວມທັງການຄົ້ນຄ້ວາດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດປະຈໍາປີ, ຄໍາແນະນໍາວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ປະຈຳປີ 2022, ແຕ່ງຕັ້ງຄະນະຄົ້ນຄ້ວານິຕິກຳກ່ຽວກັບການຫຼຸດຂັ້ນຕອນການອະນຸມັດລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍຂອງຫົວ ໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານ, ສ້າງແຜນດຳເນີນງານຂອງກົມງົບປະມານແຫ່ງລັດ 05 ປີ (2021-2025) ແລະ ບັນຫາອື່ນໆ.
ສຳລັບການສະຫຼຸບຕົວເລກການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຮອດວັນທີ 07 ທັນວາ 2021 ດ້ານລາຍຮັບປະຕິບັດໄດ້ 22.134 ຕື້ກີບເທົ່າກັບ 80,14% ຂອງແຜນການປີ ແລະ ດ້ານລາຍຈ່າຍປະຕິບັດໄດ້ 21.010 ຕື້ກີບເທົ່າກັບ 66,52% ຂອງແຜນການ, ໄດ້ຄົ້ນຄ້ວານໍາໃຊ້ເງິນແຮລັດຖະບານເພື່ອຮັບໃຊ້ວຽກງານໂຄວິດ-19 ຈໍານວນ 87 ຕື້ກີບ. ໃນນີ້,ໄດ້ເບີກຈ່າຍແລ້ວ 42,60 ຕື້ກີບ ແລະ ຍັງເຫຼືອຕາມແຜນ 44,39 ຕື້ກີບ.
ສໍາລັບທິດທາງແຜນການປີ 2022 ເອົາໃຈໃສ່ວຽກງານດວດກາການຈັດຕັ້ງປະຕິບັດໜ້າວຽກທີ່ໄດ້ວຽກງານຂອງພະນັກງານພາຍໃນກົມທີ່ໄດ້ມອບໝາຍໃຫ້ມີປະສິດທິຜົນ, ໃຫ້ສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ, ຄົ້ນຄ້ວາສ້າງຮ່າງຄຳແນະນຳ ແລະ ປັບປຸງຄຳແນະນຳເອກະສານຕ່າງໆ…ຄົ້ນຄ້ວາຂໍ້ຕົກລົງວ່າດ້ວຍການ ແລະ ການເຄື່ອນໄຫວຫົວໜ່ວຍງົບປະມານຂັ້ນໜຶ່ງ ແລະ ຂັ້ນສອງ, ສ້າງແຜນ, ວຽກງານຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ, ສ້າງລະບົບຄຸ້ມຄອງລາຍຈ່າຍ, ໜິ້ສິນ ແລະ ວິໄຈ, ຄົ້ນຄວ້າສະເໜີຮັບຮອງເອົາແຫຼ່ງທຶນງົບປະມານ ແລະ ລະຫັດໂຄງການລົງທຶນຈາກ 10 ໂຕເລກມາເປັນ 06 ໂຕເລກ.
ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມແຈ້ງການແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການປັບປຸງເປົ້າໝາຍເຂົ້າຮ່ວມການທາບທາມ ແລະ ການສັງລລວມຜົນການທາບທາມການສ້າງແຜນກຳນົດພະ ນັກງານນຳພາຄຸ້ມຄອງ,ເຜີຍແຜ່ເຊື່ອມຊຶມແຈ້ງການຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການກຳນົດເວລາການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຈ້ງການແນະນໍາການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຕິດພັນກັບລະບຽບການຄຸ້ມຄອງພະນັກງານ-ລັດຖະກອນຂະແໜງການເງິນ, ເຊື່ອມຊືມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລີກເຊິ່ງວຽກງານພະນັກງານຂອງຄະນະບໍລິຫານງານສູນກາງພັກ ແລະ ເຊື່ອມຊືມຄໍາສັງວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການແລະ ທ້ອງຖິ່ນຂອງຄະນະບໍລິຫານງານສູນກາງພັກ ນຳອີກດ້ວຍ.

