ໃຊ້ສະບູປະສົມສານຕ້ານແບັກທີເຣຍເປັນປະຈຳອາດໃຫ້ໂທດ

ສະບູປະສົມສານຕ້ານແບັກທີເຣຍ ອາດສົ່ງຜົນຮ້າຍຕໍ່ເຮົາໄດ້ ຫາກໃຊ້ຫລາຍເກີນຄວາມຈຳເປັນ. ສະບູ ເປັນຜະລິດຕະພັນໃຊ້ເຮັດຄວາມສະອາດຮ່າງກາຍໃນຊີວິດປະຈຳວັນ ສາມາດຊຳລະລ້າງສິ່ງເປິເປື້ອນໄດ້ດີກ່ວາການໃຊ້ນ້ຳພຽງຢ່າງດຽວ ເຊິ່ງການໃຊ້ໃນວັດຖຸປະສົງເຮັດຄວາມສະອາດ ຈຶ່ງຖືເປັນເຄື່ອງສຳອາງ. ປັດຈຸບັນມີຜູ້ຜະລິດຫລາຍເຈົ້າໄດ້ປະສົມສານຕ້ານແບັກທີເຣຍລົງໄປໃນສະບູ ໂດຍອ້າງວ່າສາມາດເຮັດຄວາມສະອາດຜິວໄດ້ດີຂຶ້ນ ເນື່ອງຈາກສານຕ້ານແບັກທີເຣຍຈະຊ່ວຍທຳລາຍເຊື້ອພະຍາດທີ່ຢູ່ເທິງຜິວໜັງໄດ້.
- ອັນຕະລາຍຈາກສະບູປະສົມສານຕ້ານແບັກທີເຣຍ : ເຊື້ອແບັກທີເຣຍ ເປັນແຊນຂະໜາດນ້ອຍ ເບິ່ງບໍ່ເຫັນດ້ວຍຕາເປົ່າ ສາມາດພົບໄດ້ທົ່ວຮ່າງກາຍ ການເຮັດຄວາມສະອາດດ້ວຍສະບູປະສົມສານຕ້ານແບັກທີເຣຍ ເຊິ່ງທີ່ນິຍົມເອົາມາປະສົມໃນສະບູ ໄດ້ແກ່ : ໄຕຣໂຄລຊານ Triclosan ຈະສາມາດເຮັດຄວາມສະອາດຜິວ ຊຳລະລ້າງສິ່ງເປິເປື້ອນ ແລະ ຊ່ວຍຫລຸດຈຳນວນເຊື້ອຈຸລິນຊີທີ່ຢູ່ເທິງຜິວໜັງຂອງເຮົາໄດ້, ແຕ່ການໃຊ້ຕະຫລອດ ແລະ ຫລາຍເກີນຄວາມຈຳເປັນຈະສົ່ງຜົນຮ້າຍ ເນື່ອງຈາກເຊື້ອແບັກທີເຣຍມີທັງຊະນິດກໍ່ໃຫ້ເກີດພະຍາດຮ້າຍແຮງ ແລະ ຊະນິດທີ່ໃຫ້ປະໂຫຍດຕໍ່ຮ່າງກາຍ. ສານຕ້ານແບັກທີເຣຍທີ່ປະສົມຢູ່ໃນສະບູຈະບໍ່ສາມາດໄຈ້ແຍກຄວາມແຕກຕ່າງຂອງເຊື້ອແບັກທີເຣຍໄດ້ ຈະທຳລາຍເຊື້ອແບັກທີເຣຍທີ່ດີ່ຊ່ວຍເຮັດໜ້າທີ່ປົກປ້ອງຮ່າງກາຍຈາກສິ່ງແປກປອມ ເຮັດໃຫ້ຮ່າງກາຍບໍ່ມີພູມຕ້ານທານຕໍ່ສິ່ງແວດລ້ອມ ລວມເຖິງຖິ້ມສານຕົກຄ້າງຂອງສານຕ້ານເຊື້ອດັ່ງກ່າວເທິງຜິວໜັງ ແລະ ມີຜົນເຮັດໃຫ້ມີການພັດທະນາຂອງສາຍພັນແບັກທີເຣຍທີ່ແຂງແຮງ.
- ເຮົາຈຳເປັນຕ້ອງໃຊ້ສະບູປະສົມສານຕ້ານແບັກທີເຣຍຫລືບໍ່ ? ຄົນທົ່ວໄປບໍ່ມີຄວາມຈຳເປັນຕ້ອງໃຊ້ສະບູປະສົມສານຕ້ານແບັກທີເຣຍ ເນື່ອງຈາກການເຮັດຄວາມສະອາດດ້ວຍສະບູທຳມະດາຢ່າງສະໝ່ຳສະເໝີກໍສາມາດຫລຸດຈຳນວນເຊື້ອແບັກທີເຣຍອອກໄປໄດ້ຄືກັນກັບສະບູປະສົມສານຕ້ານແບັກທີເຣຍ.
- ຈະຮູ້ໄດ້ແນວໃດວ່າຜະລິດຕະພັນນັ້ນຕ້ານເຊື້ອແບັກທີເຣຍຫລືບໍ່ ? ສັງເກດຜະລິດຕະພັນທີ່ມີປ້າຍກຳກັບວ່າ “ຫລຸດການສະສົມຂອງເຊື້ອແບັກທີເຣຍ” ແລະ ສະຫລາກສະແດງຂໍ້ມູນສ່ວນປະກອບເທິງພາຊະນະບັນຈຸ ສາມາດຊ່ວຍບອກໄດ້ວ່າ ຜະລິດຕະພັນນັ້ນມີສ່ວນປະສົມຂອງສ້ານຕ້ານເຊື້ອແບັກທີເຣຍຫລືບໍ່.

