ກິນ​ການ​ຊຽມ​ແນວ​ໃດ​ໃຫ້​ໄດ້​ຜົນ​ດີ​ຕໍ່​ກະ​ດູກ​ຢ່າງ​ແທ້​ຈິງ

ຫ​າ​ກ​ຊື້​ອາ​ຫານ​ເສີມ​ກາ​ນ​ຊຽມ​ມາ​ເພື່ອ​ກິນ​ບຳ​ລຸງ​ກະ​ດູກ ຕ້ອງ​ກິນ​ຢ່າ​ງ​ຖືກວິ​ທີ​ນຳ​ຈຶ່ງ​ຈະ​ໄດ້​ຜົນ.

  • ທາດ​ການ​ຊຽມ​ແມ່ນ​ຫຍັງ ? ທາດ​ການ​ຊຽມ​ເປັນ​ແຮ່​ທາດ​ທີ່​ພົບ​ຫລາຍ​ທີ່​ສຸດ​ໃນ​ຮ່າງ​ກາຍ ເຊິ່ງ​ທັງ​ໝົດ​ຈະ​ຢູ່​ໃນ​ກະ​ດູກ ແລະ ແຂ້ວ ໃນ​ຮ່າງ​ກາຍ​ຄົນ​ໜັກ 50 ກິ​ໂລກ​ຣາມ​ຈະ​ມີ​ທາດ​ການ​ຊຽມ​ປະ​ມານ 1 ກິ​ໂລກ​ຣາມ. ທາດ​ການ​ຊຽມ​ມີ​ໜ້າ​ທີ່​ສຳ​ຄັ​ນ​ຕໍ່​ການ​ເຮັດ​ວຽກ​ຂອງ​ຮ່າງ​ກາຍ​ເກືອບ​ທຸກ​ພາກ​ສ່ວນ ແລະ ສິ່ງ​ສຳ​ຄັນ​ຍັງ​ມີ​ໜ້າ​ທີ່​ສ້າງ​ກະ​ດູກ ເຊິ່ງ​ເປັນ​ໂຄງ​ສ້າງ​ຫລັກ​ຂອງ​ຮ່າງ​ກາຍ.
  • ການ​ເລືອກ​ກິນ​ທາດ​ການ​ຊຽມ​ໃຫ້​ໄດ້​ຜົນ :
  1. ທາດ​ການ​ຊຽມ​ທີ່​ລ​ະ​ລາຍ​ນ້ຳ​ໄດ້​ດີ ໄດ້​ແກ່ : ການ​ຊຽມ​ຊິ​ເຕ​ຣດ, ການ​ຊຽມ​ແລັກ​ເຕດ ກ​ລູ​ໂຄ​ເນດ ເຊິ່ງ​ການ​ກິນ​ທາດ​ການ​ຊຽມ​ຊະ​ນິດ​ເມັດ​ຟູ ຫລື ຝຸ່ນ​ຊົງ​ດື່ມ ຈະ​ລະ​ລາຍ​ໄດ້​ດີ​ກ່​ວາ​ຊະ​ນິດ​ເມັດ.
  2. ການ​ກິນ​ເທື່ອ​ລະ 600 – 800 ມິນ​ລີກ​ຣາມ ດູດ​ຊຶມ​ໄດ້​ດີ​ກ່​ວາ​ປະ​ລິ​ມານ​ຫລາຍໆ.
  • ການ​ເລືອກ​ກິນ​ທາດ​ການ​ຊຽມ​ໃຫ້​ໄດ້​ປະ​ໂຫຍດ​ສູງ​ສຸດ :
  1. ເລືອກ​ສູດ​ທີ່​ມີ​ສ່ວນ​ປະ​ສົມ​ຂອງ​ທາດ​ການ​ຊຽມ​ຊິ​ເຕ​ຣດ ແລະ ທາດ​ການ​ຊ​ຽມ​ແລັກ​ເຕດກ​ລູ​ໂຄ​ເນດ ເພື່ອ​ໃຫ້​ລະ​ລາຍ​ນ້ຳ​ໄດ້​ດີ.
  2. ເລືອກ​ທາດ​ການ​ຊຽມ​ທີ່​ມີ​ສ່ວນ​ປະ​ສົມ​ຂອງວິ​ຕາ​ມິນ D ເພື່ອ​ຊ່ວຍ​ໃນ​ການ​ດູດ​ຊຶມ​ການ​ຊຽມ ແລະ ເປັນ​ປະ​ໂຫຍດ​ຕໍ່​ກະ​ດູກ.
  • ກໍ​ລະ​ນີ​ທີ່​ມີ​ສ່ວນ​ປະ​ສົມ​ຂອງ​ການ​ຊຽມ​ຄາ​ບໍ​ເນດ ຄວນ​ກິນ​ການ​ຊຽມ​ຫລັງ​ຈາກ​ກິນ​ອາ​ຫານ​ແລ້ວ ເນື່ອງ​ຈາກ​ກະ​ເພາະ​ອາ​ຫານ​ຈະ​ມີ​ສະ​ພາບ​ເປັນ​ກົດ​ຊ່ວຍ​ເຮັດ​ໃຫ້​ທາດ​ການ​ຊຽມ​ຄາ​ບໍ​ເນດ​ແຕກ​ໂຕ ແລະ ລະ​ລາຍ​ນ້ຳ​ໄດ້​ດີ​ຍິ່ງ​ຂຶ້ນ.