ເຊກອງ ປະກາດອະໄພຍະໂທດ ແລະ ປ່ອຍນັກໂທດ

ແຫລ່ງຂ່າວຈາກແຂວງເຊກອງ ລາຍງານວ່າ: ວັນທີ 10 ທັນວາ 2021 ທີ່ຄ້າຍຂຸມຂັງ-ດັດສ້າງ ໄດ້ປະ ກາດໃຫ້ອະໄພຍະໂທດ ແລະ ຫລຸດຜ່ອນໂທດໃຫ້ນັກໂທດທີ່ກ້າວໜ້າໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ 37 ຄົນ, ຍິງ 4 ຄົນ ໃນຈຳນວນນີ້ມີຂໍ້ຫາຄ້າຂາຍຢາເສບຕິດ 34 ຄົນ, ຍິງ 1 ຄົນ ແລະ ຂໍ້ຫາທົ່ວໄປ 3 ຄົນ, ຍິງ 3 ຄົນ ໂດຍທ່ານ ພັນເອກ ທະວີສັກ ເພັດພູຫລວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະຄະນະກໍາມະການອະໄພຍະໂທດຂັ້ນແຂວງເຂົ້າຮ່ວມ.
ທ່ານ ຄໍາບາງ ພະສະແຫວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ຮອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງໆເຊກອງ ກ່າວຍ້ອງຍໍຊົມເຊີຍຄະນະກໍາມະການອະໄພຍະໂທດຂັ້ນແຂວງ ທີ່ເອົາໃຈໃສ່ຄົ້ນຄວ້າການອະໄພຍະໂທດໃຫ້ແກ່ນັກໂທດທີ່ກ້າວໜ້າຢ່າງຖືກຕ້ອງ, ພາວະວິໄສ ແລະ ເປັນທໍາ ທັງຮຽກຮ້ອງນັກໂທດແຕ່ລະຄົນ ສືບຕໍ່ເປັນເຈົ້າການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນຄົນດີ, ປະຕິບັດກົດລະບຽບຂອງຄ້າຍຂຸມຂັງ-ດັດສ້າງ ແລະ ລະບຽບກົດໝາຍຂອງພັກ-ລັດວາງອອກຢ່າງເຂັ້ມງວດ ສ້າງຕົນເອງກາຍເປັນພົນລະເມືອງທີ່ດີ, ກ້າວໜ້າເພື່ອໃຫ້ໄດ້ຮັບນະໂຍບາຍການອະໄພຍະໂທດໃນປີຕໍ່ໄປ, ຂະນະທີ່ຜູ້ທີ່ໄດ້ຮັບການອະໄພຍະໂທດພາຍຫລັງຫລຸດພົ້ນໂທດ ແລະ ຖືກປ່ອຍຕົວແລ້ວ ຈົ່ງປະຕິບັດຕົນໃຫ້ກາຍເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງຊາດ, ຕັ້ງໜ້າພັດທະນາຊີວິດການເປັນຢູ່ຂອງຄອບຄົວຕາມແນວທາງນະໂຍບາຍຂອງພັກ-ລັດ, ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນກ້າວຂຶ້ນ.

