ອິນເດຍຫລຸດກຳລັງການຜະລິດວັກຊີນ ສູດ ‘ແອສຕຣ້າເຊນເນກ້າ’ ລົງ 50% ຫລັງບໍ່ມີການສັ່ງຊື້ໃໝ່ເຂົ້າມາ

ສະຖາບັນເຊຣຳແຫ່ງອິນເດຍເຜີຍສົ່ງມອບວັກຊີນສຳເລັດຕາມການສັ່ງຊື້ໃນອາທິດໜ້າ ຈາກນັ້ນຈະຫລຸດກຳລັງການຜະລິດລົງຢ່າງໜ້ອຍ 50%.
ວັນທີ 8 ທັນວາ 2021, ສຳນັກຂ່າວບີບີຊີ (BBC) ລາຍງານວ່າ: ສະຖາບັນເຊຣຳແຫ່ງອິນເດຍ (Serum Institute of India) ຜູ້ຜະລິດວັກຊີນລາຍໃຫຍ່ທີ່ສຸດຂອງໂລກ ປະກາດຫລຸດກຳລັງການຜະລິດວັກຊີນປ້ອງກັນພະຍາດໂຄວິດ-19 ລົງ ເນື່ອງຈາກວ່າບໍ່ມີການສັ່ງຊື້ເຂົ້າມາເພີ່ມອີກ.
ທ່ານ ອາດາ ພູໜະວັລລາ ຜູ້ບໍລິຫານຂອງສະຖາບັນເຊຣຳແຫ່ງອິນເດຍ ກ່າວຕໍ່ສະຖານີໂທລະພາບທ້ອງຖິ່ນ CNBC-TV18 ວ່າ: ປັດຈຸບັນທາງບໍລິສັດມີວັກຊີນເຫລືອຢູ່ໃນສາງປະມານ 500 ລ້ານໂດສ ໂດຍເປັນວັກຊີນໂຄວິຊິລ (Covishield) ວັກຊີນທີ່ໃຊ້ສູດຂອງແອສຕຣ້າເຊນເນກ້າ (AstraZeneca) ໃນການຜະລິດ.
ທ່ານ ພູໜະວັລລາ ໃຫ້ສຳພາດວ່າ: ທ່ານຜະລິດວັກຊີນໂຄວິຊິລອອກມາ 250 ລ້ານໂດສຕໍ່ເດືອນ, ແຕ່ຂ່າວດີກໍຄື ປະຊາກອນສ່ວນຫລາຍໃນອິນເດຍໄດ້ຮັບວັກຊີນແລ້ວ ແລະ ຈະສົ່ງມອບຕາມການສັ່ງຊື້ໃຫ້ກະຊວງສາທາລະນະສຸກໄດ້ທັງໝົດພາຍໃນ 1 ອາທິດຕໍ່ໜ້າ.
ໂຄວິຊິລເປັນວັກຊີນຫລັກທີ່ໃຊ້ໃນອິນເດຍ ໂດຍຈາກວັກຊີນ 1,3 ພັນລ້ານໂດສທີ່ສັກ ເປັນການໃຊ້ໂຄວິຊິລໃນອັດຕາເຖິງ 90% ເຊິ່ງຫລ້າສຸດອິນເດຍໄດ້ສັກວັກຊີນໃຫ້ກຸ່ມຜູ້ໃຫຍ່ຄົບໂດສໄປແລ້ວ 50%.
ຜູ້ບໍລິຫານຂອງສະຖາບັນເຊຣຳຍັງເຜີຍວ່າ: ບໍລິສັດບໍ່ມີການສັ່ງຊື້ເພີ່ມເຂົ້າມາ ຈຶ່ງຈຳເປັນຕ້ອງຫລຸດກຳລັງການຜະລິດລົງຢ່າງໜ້ອຍ 50% ໂດຍຈະພິຈາລະນາແບບເດືອນຕໍ່ເດືອນ ຈົນກວ່າການສັ່ງຊື້ຈາກໃນອິນເດຍ ແລະ ຈາກທົ່ວໂລກຈະເລີ່ມເຂົ້າມາອີກ.
ສະຖານະການດັ່ງກ່າວຖືວ່າແຕກຕ່າງຈາກຊ່ວງເດືອນເມສາຢ່າງສິ້ນເຊີງ ເພາະເມື່ອຢ້ອນກັບໄປໃນຕອນນັ້ນ ສະຖາບັນເຊຣຳແຫ່ງອິນເດຍໄດ້ຕັດສິນໃຈຢຸດການສົ່ງອອກວັກຊີນໄປນອກປະເທດ ເພື່ອໃຫ້ມີວັກຊີນໃຊ້ໃນອິນເດຍຢ່າງພຽງພໍ ກວ່າຈະເລີ່ມສົ່ງອອກອີກຕ້ອງລໍຖ້າຈົນຮອດເດືອນຕຸລາ.
ທ່ານ ພູໜະວັລລາ ຍັງເປີດເຜີຍອີກວ່າ: ທ່ານໄດ້ໂອ້ລົມກັບຜູ້ນຳປະເທດຫລາຍທ່ານທີ່ຍັງຕ້ອງການວັກຊີນຢູ່, ແຕ່ໜ້າເສຍດາຍທີ່ສ່ວນຫລາຍບໍ່ສາມາດມີການຂົນສົ່ງຈາກອິນເດຍໄດ້ ເນື່ອງຈາກບໍ່ມີລະບົບຂົນສົ່ງ ແລະ ການເກັບຄວາມເຢັນທີ່ດີພໍ.
ອ້າງອີງ:

