ປະໂຫຍດຂອງຫົວກະຫລົດຕໍ່ສຸຂະພາບດວງຕາ

ຫົວກະຫລົດ ຊ່ວຍບຳລຸງສາຍຕາ ເພາະໃນຫົວກະຫລົດມີສານເບຕ້າແຄໂຣທີນ ເຊິ່ງເປັນໜຶ່ງໃນວິຕາມິນທີ່ຮ່າງກາຍຕ້ອງການ ທັງຍັງມີປະໂຫຍດທີ່ຊ່ວຍໃນເລື່ອງການບຳລຸງສາຍຕາຂອງເຮົານຳ ໂດຍສະເພາະເນື້ອເຍື່ອຊັ້ນໃນຂອງດວງຕາ ຫລື ທີ່ເອີ້ນວ່າ ເຣຕິນ່າ ເຊິ່ງການທີ່ໄດ້ກິນຫົວກະຫລົດເປັນປະຈຳຍັງຊ່ວຍຖະໜອມດວງຕາໃຫ້ສາມາດແນມເຫັນຢ່າງປົກກະຕິໄປໄດ້ອີກດົນ ເພາະຫົວກະຫລົດອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ມີປະໂຫຍດຫລາກຊະນິດ ເຊັ່ນ : ເບຕ້າແຄໂຣທີນ, ວິຕາມິນ A, ວິຕາມິນ B2, ວິຕາມິນ C, ວິຕາມິນ E, ທາດການຊຽມ, ທາດໂປຕັສຊຽມ, ທາດຟົສຟໍ, ທາດເຫລັກ ແລະ ຍັງມີສານສຳຄັນຄື ສານ ຟອລຄາຣິນອລ ເຊິ່ງຊ່ວຍຕໍ່ຕ້ານແຊນມະເຮັງ ເປັນຕົ້ນ.

  • ປະໂຫຍດຂອງຫົວກະຫລົດ : ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ປິ່ນປົວອາການຟາງ,​ ມີສານຕໍ່ຕ້ານອະນຸມູນອິດສະລະ ເຊິ່ງມີສ່ວນຊ່ວຍຕ້ານຄວາມເຖົ້າ ແລະ ການເກີດຮອຍຫ່ຽວຍານແຫ່ງໄວ, ຊ່ວຍຫລຸດລະດັບຄໍເລສເຕີໂຣນໃນຮ່າງກາຍ, ຊ່ວຍປິ່ນປົວອາການຄວາມດັນເລືອດສູງ, ສັບພະຄຸນຂອງຫົວກະຫລົດແມ່ນຊ່ວຍຮັກສາລະດັບນຳ້ຕານໃນເລືອດ, ຊ່ວຍເພີ່ມປະສິດທິພາບໃນລະບົບໄຫລວຽນຂອງເລືອດ ເປັນຕົ້ນ. ຫົວກະຫລົດສາມາດເຮັດເປັນຂອງກິນຍາມວ່າງເພື່ອສຸຂະພາບໄດ້ ປົກກະຕິແລ້ວຄົນສ່ວນຫລາຍມັກຈະຄິດວ່າເອົາໄປປຸງແຕ່ງກັບອາຫານຄາວໄດ້ພຽງຢ່າງດຽວ ເຊິ່ງຄວາມຈິງແລ້ວຫົວກະຫລົດສາມາດເອົາມາເຮັດເປັນຂອງຫວານໄດ້ຄືກັນ ເຊັ່ນ : ເຂົ້າໜົມຄົກຫົວກະຫລົດ ຫລື ເຄື່ອງດື່ມນຳ້ຫົວກະຫລົດຫວານໆຈັກຈອກໃນຕອນກາງເວັນ ສາມາດຊ່ວຍດັບຫິວ ແລະ ດັບກະຫາຍໄດ້ບໍ່ຕ່າງຈາກເຂົ້າໜົມຫວານ ແລະ ເຄື່ອງດື່ມຊະນິດອື່ນໆເລີຍ.
  • ຂໍ້ແນະນຳ : ໃນແຕ່ລະມື້ຄວນບໍລິໂພກອາຫານໃຫ້ຄົບ 5 ໝວດ ແລະ ກິນອາຫານໃຫ້ຫລາກຫລາຍຊະນິດ, ບໍ່ກິນອາຫານຊຳ້ໆກັນທຸກມື້ ເພື່ອປະໂຫຍດຕໍ່ຮ່າງກາຍ ແລະ ສຸຂະພາບທີ່ດີ ຄວນສຶກສາຂໍ້ມູນຈາກຫລາຍບ່ອນ ແລະ ປຽບທຽບຂໍ້ມູນເພື່ອຄວາມຈະແຈ້ງ ເພາະຂໍ້ມູນບາງຢ່າງອາດຈະຍັງບໍ່ມີຫລັກຖານສະໜັບສະໜູນຢ່າງຈະແຈ້ງ ແລະ ຫາກມີຂໍ້ສົງໄສໃດໆຄວນປຶກສາທ່ານໝໍປະຈຳໂຕຂອງທ່ານ ຫລື ນັກໂພຊະນາການ.