6 ຂໍ້ອ້າງຂອງຄົນທຸກ ຫາກຢາກຫລຸດພົ້ນຕ້ອງປ່ຽນວິທີຄິດ ແລະ ປ່ຽນທັດສະນະຄະຕິໃໝ່

ແຈັກມ່າ ຜູ້ທີ່ເຄີຍທຸກມາກ່ອນ ຕອນນີ້ເປັນມະຫາເສດຖີລະດັບໂລກໄປແລ້ວ ໄດ້ເວົ້າເຖິງຄົນທຸກໄວ້ໄດ້ຢ່າງໜ້າສົນໃຈ. ຄຳເວົ້າຂອງລາວບໍ່ໄດ້ມີຄວາມໝາຍໃນໄປດ້ານດູຖູກດູໝິ່ນຢຽດຫຍາມຄົນ, ແຕ່ເປັນການກະຕຸ້ນໃຫ້ຄົນທຸກໄດ້ຄິດ ແລະ ຮູ້ສຶກໂຕ ເພື່ອທີ່ຈະໄດ້ມີໃຈສູ້ ແລະ ຈັດການຊີວິດຂອງຕົນເອງໃຫ້ຫ່າງໄກຈາກຄວາມທຸກໄປຕະຫລອດການ.

ຄຳເວົ້າຂອງລາວສະຫລຸບໄດ້ດັ່ງນີ້ : ຄົນທຸກເປັນຄົນທີ່ເອົາໃຈຍາກທີ່ສຸດ ເຖິງຈະເຮັດອີກ 10 ປີ ກໍຈະຍັງທຸກຢູ່ຄືເກົ່າ, ຖ້າເຮົາໃຫ້ຫຍັງແກ່ຄົນທຸກແບບຟຣີໆ ເຂົາຈະຄິດວ່ານີ້ແມ່ນກັບດັກ ເຮົາຄົງຫລອກລໍ້ຈະເອົາຫຍັງຈາກເຂົາຈັກຢ່າງ.

  1. ຖ້າເຮົາບອກໃຫ້ເຂົາລົງທຶນນ້ອຍໆ, ຄົນທຸກກໍຈະບອກວ່າ ເຮັດນ້ອຍໆກໍຈະໄດ້ກຳໄລນ້ອຍໆ ສູ້ບໍ່ເຮັດຈະດີກ່ວາ ເຮັດໄປກໍເສຍເວລາເທົ່ານັ້ນ.
  2. ຖ້າເຮົາບອກໃຫ້ເຂົາລົງທຶນຫລາຍໆ, ຄົນທຸກກໍຈະບອກວ່າ ຈະໄປເອົາເງິນຫລວງຫລາຍຈາກໃສມາລົງທຶນ, ພວກເຮົາບໍ່ມີເງິນດອກ, ບໍ່ມີເງິນ ເຮັດຫຍັງກໍບໍ່ໄດ້.
  3. ຖ້າເຮົາບອກເຂົາໃຫ້ລອງເຮັດທຸລະກິດໃໝ່ໆ ຫລື ເລີ່ມເຮັດໃນແບບທີ່ບໍ່ຄືໃຜ, ຄົນທຸກກໍຈະບອກວ່າ ບໍ່ມີປະສົບການ ເຮັດໄປກໍບໍ່ລອດດອກ.
  4. ຖ້າບອກໃຫ້ເຂົາເຮັດທຸລະກິດດັ້ງເດີມທີ່ພໍ່ແມ່ປູ່ຍ່າຕານາຍເຮັດມາແລ້ວ ກໍຈົ່ງເຮັດຕໍ່ໄປ ເຂົາກໍບອກວ່າມັນຍາກ,​ ມີບັນຫາຈຸກຈິກວຸ້ນວາຍເຕັມໄປໝົດ ແລະ ກໍເມື່ອຍຫລາຍນຳອີກ.
  5. ຖ້າບອກໃຫ້ເຂົາເຮັດທຸລະກິດສະໄໝໃໝ່, ພວກເຂົາກໍຈະບອກວ່າ ມັນແມ່ນທຸລະກິດຂາຍຕົງ ເຂົາບໍ່ຢາກຫລຸດໂຕລົງໄປ, ເຂົາບໍ່ຢາກຍ່າງຊອກລູກຄ້າ, ບໍ່ຢາກງໍ້ໃຫ້ຄົນອື່ນມາຊື້ເຄື່ອງ.
  6. ຖ້າບອກໃຫ້ເຂົາເປີດຮ້ານຂາຍເຄື່ອງ, ເຂົາກໍຈະບອກວ່າຕ້ອງນັ່ງເຝົ້າໜ້າຮ້ານ, ໝົດມື້ຈະໄປໃສກໍບໍ່ອິດສະຫລະ, ຢາກມີມື້ພັກເສົາ-ອາທິດ ຫລື ຢຸດພັກຍາວໆກໍບໍ່ໄດ້.
  • ແຈັກມ່າ ບອກວ່າຄົນເຫລົ່ານີ້ ມີຫຍັງກໍມັກຖາມ Google ທີ່ມັກ ແລະ ຄົບຄ້າກັບບັນດາຄົນທີ່ລົ້ມເຫລວຄືຕົນເອງ ແລະ ມັກຄິດຫລາຍໆໆໆໆ,​ ແຕ່ບໍ່ຍອມລົງມືເຮັດຫຍັງຈັກຢ່າງ ໂດຍທີ່ຊີວິດມີແຕ່ຄຳວ່າ ລໍຖ້າກ່ອນ, ເບິ່ງກ່ອນ, ຍັງບໍ່ພ້ອມຕອນນີ້, ຂໍຄິດເບິ່ງກ່ອນ.
  • ສິ່ງທີ່ກ່າວມາແມ່ນວິທີຄິດ ແລະ ທັດສະນະຄະຕິ, ການເບິ່ງໂລກຂອງບັນດາຄົນທຸກ ທີ່ມັກຈະອ້າງວ່າ ບໍ່ມີເງິນ, ບໍ່ມີຄວາມຊຳນານ, ເມື່ອຍ, ຍາກ, ບໍ່ມີປະສົບການ,​ ເບິ່ງກ່ອນ, ຍັງບໍ່ພ້ອມ ຖ້າຍັງເປັນແບບນີ້ຕໍ່ໄປກໍຈະເປັນຄວາມຈິງດັ່ງ ທ່ານ ແຈັກມ່າ ເວົ້າໄວ້ ຄົນເຫລົ່ານີ້ອີກ 10 ປີກໍບໍ່ຮັ່ງມີ.
  • ຫາກຢາກຫລຸດພົ້ນຈາກຄວາມທຸກຍາກ ກໍຕ້ອງປ່ຽນວິທີຄິດ ແລະ ປ່ຽນທັດສະນະຄະຕິໃໝ່ໃຫ້ກົງຂ້າມກັບສີ່ງທີ່ເຄີຍເປັນມາ ເຊັ່ນວ່າ :​ ບອກໃຫ້ເປີດຮ້ານຂາຍເຄື່ອງ ກໍຕອບວ່າ ໄດ້, ເປັນອິດສະຫລະໄດ້ຢູ່ກັບເຮືອນ, ບໍ່ຕ້ອງຢ້ານລົດຕິດ, ຈະຄິດຫາວິທີບໍລິການລູກຄ້າໃນແບບທີ່ເປັນໂຕຂອງໂຕເອງ, ຈະເຮັດໃຫ້ຮ້ານຂອງຕົນເອງກ້າວໜ້າຍິ່ງໆຂຶ້ນໄປ.​ ຫາກມີຄົນມາແນະນຳວ່າ ໃຫ້ເຮັດທຸລະກິດດັ້ງເດີມ ກໍຄິດໄປວ່າ ມາກໍເປັນເລື່ອງທີ່ດີ, ບໍ່ຕ້ອງເລີ່ມຕົ້ນຫຍັງໃໝ່, ສິ່ງທີ່ພໍ່ແມ່ປູ່ຍ່າຕານາຍໄດ້ວາງຮາກຖານເອົາໄວ້ ເຮົາກໍເອົາຕໍ່ຍອດ ຫລື ປັບປຸງໃຫ້ເຂົ້າກັບຍຸກສະໄໝ ມັນເປັນວຽກທີ່ທ້າທາຍຫລາຍ.
  • ການເຮັດຫຍັງທີ່ເລີ່ມຈາກນ້ອຍ ຖ້າພາດຂຶ້ນມາກໍຈະເສຍຫາຍບໍ່ຫລາຍ ເປັນຕົ້ນ ແລະ ສິ່ງທີ່ສຳຄັນຄື ຢ່າມີຄຳວ່າ ແຕ່ ຫລື ເບິ່ງກ່ອນ ຫລື ລໍຖ້າໃຫ້ທຸກຢ່າງພ້ອມກ່ອນ.​
  • ຫາກມີຄວາມຄິດຈະເຮັດຫຍັງ ໃຫ້ລົງມືເຮັດໄປເລີຍ, ເຮັດໄດ້ ຫລື ບໍ່ໄດ້ນັ້ນມັນເປັນອີກເລື່ອງໜຶ່ງ ເພາະເມື່ອໄດ້ລົງມືເຮັດໄປແລ້ວ ສິ່ງຕ່າງໆຈະຕາມມາ, ເຖິງຈະມີບັນຫາ ແລະ ອຸປະສັກກໍຄ່ອຍໆຮຽນຮູ້ ແລະ ຝຶກຝົນກັນໄປ ເພາະບໍ່ມີໃຜທີ່ເລີ່ມຕົ້ນຫຍັງແລ້ວຈະສຳເລັດໄດ້ທັນທີ, ບໍ່ມີໃຜທີ່ຄ້າຂາຍຫຍັງແລ້ວຈະຮັ່ງມີຢ່າງວ່ອງໄວ ເຖິງວ່າຈະຕັ້ງໃຈຫລາຍປານໃດກໍຕ້ອງເຜື່ອໃຈ ແລະ ເຜື່ອເວລາໄວ້ນຳ ບໍ່ແມ່ນຫວັງຈະຮັ່ງມີໄວໆ ແລະ ສຳເລັດໄວໆ, ຫາກເຮົາສາມາດປ່ຽນຄວາມຄິດ ແລະ ທັດສະນະຄະຕິໃໝ່ ເຮົາກໍຈະຫລຸດພົ້ນຈາກຄວາມທຸກຍາກໄປໄດ້ ບໍ່ຕ້ອງລໍຖ້າຊາດໜ້າ ຫລື ອີກ 10 ປີ ເພາະເຮົາຈະຮັ່ງມີໄດ້ໃນຊາດນີ້ເອງ.