ອາຟຣິກາໃຕ້ຜະເຊີນໂຄວິດຮອບ 4 ຈາກສາຍພັນ ‘ໂອມິຄຣອນ’ ລະບາດ ລັດຖະບານຮຽກຮ້ອງປະຊາຊົນອອກມາສັກວັກຊີນ

ອາຟຣິກາໃຕ້ຜະເຊີນໂຄວິດ-19 ຮອບ 4 ຈາກການແຜ່ລະບາດຂອງໄວຣັສສາຍພັນໂອມິຄຣອນ, ດ້ານລັດຖະບານໝັ້ນໃຈຍັງຮັບມືໄຫວ ພ້ອມຮຽກຮ້ອງປະຊາຊົນຮີບຮ້ອນອອກມາສັກວັກຊີນໃຫ້ຄົບ.
ວັນທີ 3 ທັນວາ 2021, ສຳນັກຂ່າວຮອຍເຕີລາຍງານວ່າ: ອາຟຣິກາໃຕ້ກຳລັງຜະເຊີນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 4 ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອໃນປະເທດເພີ່ມຂຶ້ນຢ່າງວ່ອງໄວ ເນື່ອງຈາກການລະບາດຂອງໄວຣັສສາຍພັນໂອມິຄຣອນ ເຊິ່ງມີການລາຍງານພົບຜູ້ຕິດເຊື້ອຄັ້ງທຳອິດໃນເດືອນພະຈິກຜ່ານມາ.
ທ່ານ ໂຈ ປາອາຮລາ ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງອາຟຣິກາໃຕ້ ຖະແຫລງໃນວັນທີ 3 ທັນວາວ່າ: ໄດ້ຮັບລາຍງານພົບຜູ້ຕິດເຊື້ອໄວຣັສໂຄວິດສາຍພັນໂອມິຄຣອນທີ່ໄດ້ຮັບການຢືນຢັນແລ້ວຢ່າງໜ້ອຍໃນ 7 ແຂວງຈາກ 9 ແຂວງທົ່ວປະເທດ, ແຕ່ຫວັງວ່າອາຟຣິກາໃຕ້ຈະສາມາດບໍລິຫານຈັດການການແຜ່ລະບາດໄດ້ຢ່າງມີປະສິດທິພາບຫລາຍສຸດ ໂດຍມີຈຳນວນຜູ້ເສຍຊີວິດໜ້ອຍທີ່ສຸດ.
ນອກຈາກນີ້, ທ່ານ ປາອາຮລາ ຍັງຮຽກຮ້ອງໃຫ້ຊາວອາຟຣິກາໃຕ້ອອກມາສັກວັກຊີນກັນໃຫ້ຄົບ ເພື່ອຫລີກລ່ຽງການໃຊ້ມາດຕະການທາງສັງຄົມທີ່ເຂັ້ມງວດ ໃນຊ່ວງເທດສະການຄຣິສມາສທີ່ກຳລັງຈະມາເຖິງ.
“ເຮົາຍັງສາມາດຈັດການເລື່ອງນີ້ໄດ້ ໂດຍລັດຖະບານຍັງບໍ່ຈຳເປັນຕ້ອງໃຊ້ມາດຕະການທີ່ຮຸນແຮງໃນອີກບໍ່ເທົ່າໃດວັນຂ້າງໜ້າ ພຽງແຕ່ພວກເຮົາເຮັດໜ້າທີ່ພື້ນຖານທີ່ຄວນເຮັດ ຄືອອກໄປສັກວັກຊີນໃນສະຖານທີ່ໃກ້ທີ່ສຸດ” ທ່ານ ປາອາສລາ ກ່າວ.
ສ່ວນນາງ ມິເຊລ ກຣູມ ນັກວິທະຍາສາດລະດັບແນວໜ້າຈາກສະຖາບັນພະຍາດຕິດຕໍ່ແຫ່ງຊາດອາຟຣິກາໃຕ້ ເປີດເຜີຍໃນຂະນະກ່າວບັນລະຍາຍສະຫລຸບສະຖານະການໃນປະເທດວ່າ: ອາຟຣິກາໃຕ້ກຳລັງຜະເຊີນກັບ “ຈຳນວນຜູ້ຕິດເຊື້ອເພີ່ມສູງຂຶ້ນແບບບໍ່ເຄີຍປາກົດມາກ່ອນ” ໃນເວລາອັນວ່ອງໄວ ເນື່ອງຈາກການແຜ່ລະບາດຂອງໄວຣັສສາຍພັນໂອມິຄຣອນ ໂດຍກຸ່ມຜູ້ຕິດເຊື້ອບໍ່ໄດ້ຈຳກັດຢູ່ພຽງໄວໜຸ່ມອີກຕໍ່ໄປ, ແຕ່ຍັງຂະຫຍາຍໄປເຖິງກຸ່ມຜູ້ສູງອາຍຸ ລວມທັງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 4 ປີ ເຊິ່ງພົບວ່າມີການຕິດເຊື້ອເພີ່ມຂຶ້ນ.
ອ້າງອີງ:

