ແມນຢູ ມີໂບນັສໃຫ້ ຣັງນິກ ຖ້າຫາກກ່ອມ ຮາແລນ ມາຮ່ວມທີມ

ແມນ ຢູໄນເຕັດ ກຽມໂບນັດໃຫຍ່ເພື່ອດຶງດູດຜູ້ຈັດການຊົ່ວຄາວຄົນໃໝ່ ຖ້າໃຊ້ຄວາມສໍາພັນທີ່ດີທີ່ລາວມີກັບດາວຍິງ ດອດມຸນ ຊັກຊວນໃຫ້ຍ້າຍໄປເຮັດວຽກ,
ເມື່ອວັນທີ 2 ທັນວາ 2021 ທີ່ຜ່ານມາ, ໜັງສືພິມ ຂອງເຢຍລະມັນ ລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ທີມດັງໃນພຣີເມຍລີກ ອັງກິດ ພ້ອມທີ່ຈະຈ່າຍໂບນັດພິເສດຈໍານວນ 8 ລ້ານປອນ ໃຫ້ກັບ ຣາຟ ຣັງນິກ ຜູ້ຈັດການຊົ່ວຄາວຄົນໃໝ່ທີ່ຈະມາຮັບຕໍ່. ຈາກ ໄມເຄິລ ຄາຣິກ, ຖ້າຫາກຊ່ວຍທີມລົງນາມ ເອີລິງ ຮາແລນ ກອງໜ້າຂອງ ໂບຣຸສເຊຍ ດອດມຸນ ມາຮ່ວມທີມໄດ້ສຳເລັດ.
ຣັງນິກ ເປັນຜູ້ອໍານວຍການບານເຕະໃຫ້ກັບສະໂມສອນໃນພັນທະມິດຂອງ ເຣສບູລ ມາຕັັ້ງແຕ່ປີ 2010 ຫາ 2020, ຫນຶ່ງໃນນັ້ນມີ ເຮສບູລ, ຊົລບວກ ລວມຢູ່ນຳ, ເຊິ່ງລາວເປັນຜູ້ຢູ່ເບື້ອງຫຼັງ ຄວາມຈິງທີ່ວ່າທີມຊັ້ນນໍາຂອງອອສເຕຣຍຄວ້າໂຕ ຮາແລນ ຈາກສະໂມສອນ ໂມລ ສະໂມສອນໃນ ນໍເວ ໃນປີ 2019 ກ່ອນທີ່ຈະຍ້າຍໄປ ດອດມຸນ ໃນປີຕໍ່ມາ. ດ້ວຍຄ່າຕົວພຽງແຕ່ 17 ລ້ານປອນ,
ຮາແລນ ຈະມີຄ່າຈີກສັນຍາເຫລືອພຽງແຕ່ 64 ລ້ານປອນ ຖ້າຍັງບໍ່ມີການຍ້າຍຈົນເຖິງລະດູການຫນ້າ. ເງື່ອນໄຂດັ່ງກ່າວເຮັດໃຫ້ຫຼາຍທີມໃຫຍ່ທົ່ວເອີຣົບລໍເວລາທີ່ຈະຄວ້າໂຕໄປຮ່ວມທີມ ເຊັ່ນດຽວກັບ ແມນເຊັສເຕີ ຢູໄນເຕັດ ທີ່ມີຂ່າວພົວພັນກັບຫົວຫນ້າທີມຊາດນໍເວ ເຈົ້າຂອງງານ 71 ປະຕູ ຈາກການລົງຫລິ້ນປ 71 ປະຕູຈາກການລົງຫຼິ້ນ 70 ນັດໃຫ້ກັບ “ດອດມຸນ” ມາໂດຍຕະຫລອດ.

