ຫ້າມບຸກຄົນຈາກ 9 ປະເທດ ທີ່ມີເຊື້ອໂຄວິດ-19 ສາຍພັນໃໝ່ ເຂົ້າ ສປປ ລາວ

ວັນທີ 1 ທັນວາ 2021 ຜ່ານມານີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ:
ປັດຈຸບັນ, ທາງການລາວ ໃຫ້ເລື່ອນການເດີນທາງເຂົ້າມາ ສປປ ລາວ ຂອງບຸກຄົນ ທີ່ເດີນທາງມາຈາກ 9 ປະເທດ ທີ່ມີຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ສານໃໝ່ Omicron ເຊັ່ນ: South Africa, Namibia, Zimbabwe, Botswana, Lesotho, Eswatini, The Seychelles, Malawi ແລະ Mozambique (ຖ້າມີປະເທດຕິດເຊື້ອເພີ່ມ ກໍຈະແຈ້ງເປັນແຕ່ລະໄລຍະ) ເພື່ອສະກັດກັ້ນບໍ່ໃຫ້ນຳເອົາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ໃນບ້ານເຮົາ.
ປັດຈຸບັນ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໂຄວິດສາຍພັນໃໝ່ Omicron ເນື່ອງຈາກ ມີຫລາຍກວ່າ 10 ປະເທດ ທີ່ມີການລາຍງານພົບຜູ້ຕິດເຊື້ອສາຍພັນນີ້. ສະເພາະ ສປປ ລາວ ກະຊວງສາທາລະນະສຸກ ກໍ່ໄດ້ມີມາດຕະການເກັບຕົວຢ່າງ ຂອງຜູ້ເດີນທາງເຂົ້າປະເທດທຸກຄົນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່ ແລະ ກວດຊອກຫາສາຍພັນດັ່ງກ່າວ, ເພື່ອຕິດຕາມເຝົ້າລະວັງ ການປະກົດຕົວຂອງສາຍພັນນີ້ ໃນປະເທດ.

