ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາແນະນໍາ ກ່ຽວກັບ ການສົ່ງອອກໄມ້ປູກໄປຕ່າງປະເທດ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ

ວັນທີ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ອອກຄຳແນະນຳກ່ຽວກັບ ການສົ່ງອອກໄມ້ປູກໄປຕ່າງປະເທດ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ເພີ່ມທະວີການຄຸ້ມຄອງຕິດ ຕາມແຫລ່ງທີ່ມາຂອງໄມ້ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະ ດວກ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດເງື່ອນໄຂ, ຂັ້ນຕອນ, ວິທີການ ແລະ ມາດຕະການ ຕໍ່ການສົ່ງອອກໄມ້ປູກໄປຕ່າງປະເທດ.

ສຳລັບຜູ້ທີ່ມີຈຸດປະສົງ ຢາກສົ່ງອອກໄມ້ປູກໄປຕ່າງປະເທດ ຕ້ອງປະກອບເອກະສານຍື່ນຫາ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ບ່ອນທີ່ເປັນຈຸດທ້ອນໂຮມໄມ້, ກ່ອນການສົ່ງອອກ (ໂດຍແມ່ນໜ່ວຍງານອຸດສາຫະກຳ, ຫັດຖະກຳ ແລະ ນຳເຂົ້າ-ສົ່ງອອກ ເປັນຜູ້ຈັດຕັ້ງປະຕິບັດ) ເພື່ອພິຈາລະນາອອກໃບອະນຸຍາດສົ່ງອອກໃນແຕ່ລະຄັ້ງ ໂດຍມີເອກະສານປະກອບ ຄື ດັ່ງນີ້:

– ຮ່າງໃບອະນຸຍາດສົ່ງອອກໄມ້ປູກ (ອຄ.02) ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;
– ຮ່າງຕາຕະລາງບັນຊີລາຍການໄມ້ປູກ ຕາມແບບພິມທີ່ກົມການນຳເຂົ້າ ແລະ ສົ່ງອອກໄດ້ກຳນົດ ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;
– ສໍາເນົາໃບອະນຸຍາດດຳເນີນທຸລະກິດຂອງຜູ້ສົ່ງອອກໄມ້ປູກ (ກໍລະນີສະເໜີ ຄັັ້ງທຳອິດ);
– ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ທີ່ຍັງມີຜົນນຳໃຊ້ໄດ້ (ກໍລະນີສະເໜີ ຄັັ້ງທຳອິດ);
– ສຳເນົາ ໃບທະບຽນປ່າປູກ ຫລື ໃບຢັ້ງຢືນໄມ້ປູກ ທີ່ໄດ້ຂຸດຄົ້ນໄມ້ອອກມາ ແລະ ໜັງສືຢັ້ງຢືນ ຫລື ສັນຍາ ການຊື້-ຂາຍໄມ້.

ໃນກໍລະນີ ຜູ້ສະເໜີເປັນຜູ້ສົ່ງອອກທີ່ໄດ້ຮັບການຢັ້ງຢືນ ແມ່ນໃຫ້ນຳໃຊ້ ສໍາເນົາໃບຢັ້ງຢຶນຜູ້ສົ່ງອອກທີ່ໄດ້ຮັບການຢັ້ງຢືນ ທີ່ອອກໂດຍ ກົມການນໍາເຂົ້າ ແລະ ສົ່ງອອກ ແທນເອກະສານທີ 3, 4, 5 ແລະ 6.

ສຳລັບຄ່າທຳນຽມ, ຄ່າບໍລິການ ແລະ ນະໂຍບາຍ, ພັນທະດ້ານພາສີ-ອາກອນ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ຕິດພັນກັບການສົ່ງອອກໄມ້ປູກ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ. ການປະຕິບັດພັນທະດ້ານພາ ສີ-ອາກອນໃນການສົ່ງອອກໄມ້ປູກ ແມ່ນໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ລະບຽບກົດໝາຍອື່ນ ທີ່ປະກາດໃຊ້ໃນແຕ່ລະໄລຍະ.