ບັນຫາທີ່ໜ້າກັງວົນທີ່ສຸດໃນນະຄອນຫລວງວຽງຈັນໃນປັດຈຸບັນຄືຜູ້ມາກວດ ປິດບັງອາຊີບຕົນເອງ

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວມຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 30 ພະຈິກ 2021 ນີ້ວ່າ: ການຕິດເຊື້ອໃນຊຸມຊົນ ທີ່ລາຍງານວັນນີ້ຍັງບໍ່ມີທ່າອ່ຽງຫລຸດລົງ. ປະເດັນສໍາຄັນກໍຄືການກວດພົບເຊື້ອຍັງສູງຫລາຍ. ຖ້າການກວດໜອ້ຍແຕ່ພົບຜູ້ຕິດເຊື້ອຫລາຍຄືສະພາບທຸກວັນນີ້ ສະແດງວ່າ ການສົ່ງເຊື້ອໃນຊຸມຊົນແມ່ນຍັງໜ້າເປັນຫ່ວງທີ່ສຸດ ໂດຍສະເພາະ ນະຄອນຫລວງ, ແຂວງວຽງຈັນ, ຫລວງພະບາງ ແລະ ຜົ້ງສາລີ. ການກວດພົບຜູ້ຕິດເຊື້ອໃນແຂວງວຽງຈັນ ມື້ນີ້ແມ່ນສູງພົ້ນເດັ່ນກວ່າທຸກວັນ ທຽບໃສ່ມື້ຜ່ານມາ ໝາຍຄວາມວ່າ ກວດ 100 ຄົນໃດ ພົບຜູ້ຕິດເຊື້ອເຖິງ 60 ຄົນ ທີ່ປັດຈຸບັນ ການລະບາດແພ່ລາມໄປທຸກເມືອງຂອງແຂວງ.
ນອກນັ້ນ, ກຸ່ມຄົນທີ່ຕິດເຊື້ອໃນນະຄອນຫລວງວຽງຈັນ ພົ້ນເດັ່ນ ແມ່ນການຕິດເຊື້ອໃນຄອບຄົວ, ພະນັກງານ, ທະຫານ, ຕຳຫລວດ, ທະນາຄານ ແລະ ຂະແໜງການອື່ນ, ນັກສຶກສາ, ແລະ ກໍາມະກອນໂຮງງານ. ບັນຫາທີ່ໜ້າກັງວົນທີ່ສຸດໃນນະຄອນຫລວງວຽງຈັນຕອນນີ້ຄື ຜູ້ມາກວດ ປິດບັງອາຊີບຕົນເອງ ຊຶ່ງມື້ວານນີ້ມີທັງໝົດ ເຖິງ 180 ຄົນ. ການບໍ່ລະບຸອາຊີບ ແມ່ນມີສ່ວນເຮັດໃຫ້ນະຄອນຫລວງສືບຕໍ່ແພ່ເຊື້ອຕໍ່່ເນື່ອງ ແລະ ສ້າງຄວາມສັບສົນ ທີ່ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອຢູ່ກຸ່ມໃດ. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ທ່ານຈິງໃຈ ລະບຸອາຊີບຂອງຕົນໃຫ້ຈະແຈ້ງດ້ວຍ.

