ເຣອັນ ມາດຣິດ ປ່ຽນໃຈບໍ່ສົນໃຈ ປັອກບາ ລະດູການໜ້າ

ໜັງສືພິມ  ມາກາ ຂອງສະເປນລາຍງານວ່າ ເຣອັນ ມາດຣິດ ຕັດສິນໃຈບໍ່ຍື່ນຂໍ້ສະເໜີເພື່ອດຶງ ພອລ ປັອກບາ ກອງກາງຂອງ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ມາຮ່ວມທີມໃນລະດູການນີ້.

ກອງກາງຊາວຝຣັ່ງໄດ້ຕົກເປັນເປົ້າຫມາຍຂອງ ໂລສ ບລັງໂກສ ໃນໄລຍະ 2 ປີຜ່ານມາ. ຂະນະທີ່ສັນຍາປັດຈຸບັນຂອງລາວຈະໝົດລົງຫລັງຈົບລະດູການນີ້.

ຢ່າງໃດກໍຕາມ, ອີງຕາມການລາຍງານຂອງຫນັງສືພິມ ມາກາ ໄດ້ເປີດເຜີຍວ່າ : ເຣອັນ ມາດຣິດ ໄດ້ທົບທວນການຕັດສິນໃຈຄັ້ງນີ້ໃຫມ່. ໂດຍພວກເຂົາຈະບໍ່ເຊັນສັນຍາກັບ ປັອກບາ ເນື່ອງຈາກມີຄວາມກັງວົນວ່ານັກເຕະອາດຈະບໍ່ເຫມາະສົມກັບກົນລະຍຸດຂອງ ຄາໂລ ອັນເຊລັອດຕິ ແລະ ພວມມີການຈັດຖືກຈັດລໍາດັບຄວາມສໍາຄັນໃນຕໍາແຫນ່ງອື່ນໆໃນເວລານີ້.

ສຳລັບສະຖານະການກ່ຽວກັບອະນາຄົດຂອງກອງກາງໄວ 28 ປີນັ້ນ ຖ້າຫາກວ່າລາວຍັງບໍ່ຕົກລົງເລື່ອງສັນຍາສະບັບໃໝ່ກັບ ແມນເຊສເຕີ ຢູໄນເຕັດ ລາວກໍຈະສາມາດເປີດການເຈລະຈາກັບສະໂມສອນອື່ນໆນອກເກາະອັງກິດໄດ້ຕັ້ງແຕ່ເດືອນມັງກອນນີ້ເປັນຕົ້ນໄປ ນອກຈາກ ເຣອັນ ມາດຣິດ ແລ້ວ. ຍັງມີ ປາຣີ ແຊງ-ແຊກແມັງ. ທີ່ມີຂ່າວກັບນັກເຕະຢູ່ເຊັ່ນດຽວກັນ.