ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດປະດັບຊັ້ນພົນເອກ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປກສ ເຊິ່ງການປະດັບຊັ້ນພົນເອກຄັ້ງນີ້ຖືເປັນການປະດັບຊັ້ນພົນເອກ ຄົນທຳອິດ ຂອງກຳລັງ ປກສ ຂອງປະເທດລາວເຮົາ.
ໃນວັນທີ 25 ພະຈິກ 2021 ນີ້, ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ການນໍາຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ມີຕາງໜ້າຄະນະຈັດຕັ້ງສູນກາງພັກ, ການນຳກະຊວງ ປ້ອງກັນຄວາມສະຫງົບ ພ້ອມທັງແຂກຖືກເຊີນເຂົ້າ ຮ່ວມ.
ທ່ານ ນາງ ພຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຊັ້ນພົນເອກ ແລະ ພົນໂທ; ໃນນີ້, ເລື່ອນຊັ້ນ ພົນໂທ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນ ຕີກະຊວງ ປກສ ຂຶ້ນເປັນຊັ້ນ ພົນເອກ ແລະເລື່ອນ ຊັ້ນ ພົນຕີ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ຂຶ້ນເປັນຊັ້ນ ພົນໂທ; ໃຫ້ກຽດປະດັບຊັ້ນໂດຍທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ.
ໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາທ່ານທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫົງບປະຊາຊົນ.
ປະດັບຊັ້ນໃຫ້ທ່ານ ວິໄລ ຫລ້າຄຳຟອງ
ປະດັບຊັ້ນໃຫ້ທ່ານ ກົງທອງ ພົງວິຈິດ
ທ່ານຍັງໄດ້ໃຫ້ທິດຊີ້ນຳໃຫ້ການນຳກະຊວງປ້ອງ ກັນຄວາມສະຫງົບເອົາໃຈໃສ່ເພີ່ມທະວີການຈັດ ຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ນອກຈາກການປະຕິບັດວຽກງານວິຊາສະເພາະແລ້ວ ແມ່ນສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຄາດໝາຍທີ່ວາງໄວ້, ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງສູນກາງພັກ, ຄະນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນ ກາງຫັນມາເປັນມະຕິ, ແຜນງານ ແລະ ໂຄງການຕົວຈິງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ສູ້ຊົນປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕ້ອງດຳເນີນການກວດກາໃຫ້ເປັນປົກກະຕິ ເຂັ້ມງວດຕາມຫຼັກ ການ ແລະ ຕາມທັດສະນະຂອງພັກ, ເອົາໃຈໃສ່ສູ້ຊົນສ້າງພະລາທິການກັບທີ່ຕາມເງື່ອນໄຂ, ຄວາມສາມາດ ແລະ ທ່າແຮງທີ່ບົ່ມຊ້ອນຂອງກົມກອງ ແລະ ເອົາໃຈໃສ່ປະຕິບັດຖືກຕ້ອງຕາມມະຕິຂອງພັກ ກ່ຽວກັບການພົວພັນຮ່ວມມືກັບບັນດາປະ ເທດເພື່ອນມິດຍຸດທະສາດ ກໍຄື ພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ເພື່ອແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປະກົດການຕ່າງໆຕາມແນວຊາຍແດນ.