ນະຄອນຫລວງວຽງຈັນ ຈະເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ນັກຮຽນ ມ1-ມ7 ແຕ່ວັນທີ 29 ພະຈິກ 2021

ວັນທີ 23 ພະຈິກ 2021 ນີ້, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດກອງປະຊຸມວາງແຜນສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ນັກຮຽນ ມ1-ມ7 ທົ່ວນະຄອນຫລວງ ທັງພາກລັດ ແລະ ເອກະຊົນ, ໂດຍໄດ້ຕົກລົງເປັນເອກະພາບ ຈັດຕັ້ງປະຕິບັດຄື:
ນັກຮຽນ ມ1-ມ7 ບໍ່ກໍານົດອາຍຸຈະຮອດ 12 ປີ, ໂດຍໃຫ້ຖືເອົາຊັ້ນຮຽນເປັນຫລັກ, ເຊິ່ງຈະໄດ້ສັກວັກຊີນຊະນິດ ຊີໂນຟາມ (Sinopharm) ຢ່າງດຽວ. ເຂັມທີ 1 ຈະເລີ່ມສັກແຕ່ວັນທີ 29 ພະຈິກ ຫາ 5 ທັນວາ 2021, ສ່ວນເຂັມທີ 2 ເລີ່ມວັນທີ 20-26 ທັນວາ 2021 ແລະ ສະຖານທີ່ໃຫ້ບໍລິການສັກວັກຊີນແບບເຄື່ອນຍ້າຍແມ່ນຈຸດໂຮງຮຽນແຕ່ລະແຫ່ງ, ສ່ວນຈຸດຄົງທີ່ແມ່ນໂຮງໝໍເມືອງ ແຕ່ລະເມືອງໃນນະຄອນຫລວງ, ເລັ່ງໃສ່ກຸ່ມ 18 ປີຂຶ້ນໄປທີ່ຍັງຕົກຄ້າງຈາກບ້ານ ແລະ ກຸ່ມ 12-17 ທີ່ບໍ່ຢູ່ໃນເປົ້າໝາຍດັ່ງກ່າວ.

