ອັງກິດເລັ່ງເພີ່ມຂໍ້ບັງຄັບ ກຳນົດໃຫ້ເຮືອນ ແລະ ອາຄານສ້າງໃໝ່ປີໜ້າ ຕ້ອງມີຈຸດຊາກລົດຍົນໄຟຟ້າ

ນາຍົກລັດຖະມົນຕີອັງກິດປະກາດນະໂຍບາຍໃຫ້ຕຶກທີ່ສ້າງໃໝ່ນັບແຕ່ປີໜ້າເປັນຕົ້ນໄປ ຈະຕ້ອງມາພ້ອມກັບຈຸດຊາກລົດຍົນໄຟຟ້າ.
ວັນທີ 22 ພະຈິກ 2021, ສຳນັກຂ່າວເອເອັຟພີ (AFP) ລາຍງານວ່າ: ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ ຈະເພີ່ມຂໍ້ກຳນົດໃຫ້ຕຶກທີ່ສ້າງໃໝ່ໃນອັງກິດນັບແຕ່ປີໜ້າເປັນຕົ້ນໄປ ຈະຕ້ອງມີຈຸດຊາກລົດຍົນພະລັງງານໄຟຟ້າຢູ່ນຳ.
ນາຍົກລັດຖະມົນຕີ ຈອນສັນ ເປີດເຜີຍໃນລະຫວ່າງການພົບກັນປະຈຳປີຂອງສະມາພັນອຸດສາຫະກຳແຫ່ງອັງກິດວ່າ: ເຮືອນ ແລະ ສິ່ງປຸກສ້າງໃໝ່ຈະຕ້ອງມີຈຸດຊາກລົດຍົນໄຟຟ້າ ໂດຍຄາດວ່າຈະມີຈຸດຊາກເພີ່ມຂຶ້ນ 145.000 ຈຸດຕໍ່ປີ ຈາກຂໍ້ບັງຄັບນີ້.
ໃນປັດຈຸບັນ ອັງກິດມີຈຸດຊາກລົດຍົນໄຟຟ້າປະມານ 25.000 ຈຸດທົ່ວປະເທດ.
ນະໂຍບາຍດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອຫລຸດການປ່ອຍແກັສກາກບອນນອກເໜືອຈາກທີ່ອັງກິດເຄີຍປະກາດໄວ້ກ່ອນໜ້ານີ້ວ່າ: ຈະມີການຫ້າມບໍ່ໃຫ້ຂາຍລົດທີ່ໃຊ້ນ້ຳມັນ ນັບແຕ່ປີ 2030 ເປັນຕົ້ນໄປ.
ໂດຍຄ່າໃຊ້ຈ່າຍໃນການຕິດຕັ້ງຈຸດຊາກຕາມເຮືອນປະມານ 800 ປອນ ແຕ່ທາງລັດຖະບານຈະຊ່ວຍສະໜັບສະໜູນຄ່າໃຊ້ຈ່າຍທັງໝົດ.
ອ້າງອີງ:

