ອາເມລິກາເຕືອນປະຊາຊົນຫລີກລ່ຽງ ໄປເຢຍລະມັນ-ເດນມາກ ເພາະໂຄວິດລະບາດໜັກ

ລັດຖະບານອາເມລິກາເຕືອນປະຊາຊົນໃຫ້ຫລີກລ່ຽງການເດີນທາງໄປເຢຍລະມັນ ແລະ ເດນມາກ ເຫດຈາກສະຖານະການໂຄວິດ-19 ໃນທັງສອງປະເທດ “ຮຸນແຮງຫລາຍ”.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ອາເມລິກາ ເມື່ອວັນທີ 23 ພະຈິກວ່າ: ກະຊວງການຕ່າງປະເທດຂອງອາເມລິກາ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອອກຖະແຫລງການ ໃນວັນທີ 22 ພະຈິກ ຍົກລະດັບເຕືອນໄພການເດີນທາງໄປເຢຍລະມັນ ແລະ ເດນມາກເປັນ “ລະດັບ 4” ເຊິ່ງເປັນຂັ້ນສູງສຸດ. ໝາຍເຖິງ “ໃຫ້ຫລີກລ່ຽງການເດີນທາງ” ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນທັງສອງປະເທດ “ຢູ່ໃນລະດັບສູງຫລາຍ”.
ປັດຈຸບັນ ລັດຖະບານວໍຊິງຕັນ ແລະ CDC ມີລາຍຊື່ 75 ປະເທດຢູ່ໃນຂັ້ນການເຕືອນໄພລະດັບ 4 ໂດຍປະເທດສ່ວນຫລາຍໃນຕອນນີ້ຢູ່ໃນທະວີບເອີຣົບ ເຊິ່ງນອກຈາກນັ້ນຍັງມີໂອຕຣິດ, ສະວິດເຊີແລນ, ອັງກິດ, ເບລຢ້ຽມ ແລະ ສ.ເຊັກ ເນື່ອງຈາກພາກພື້ນແຫ່ງນີ້ກຳລັງເປັນສູນກາງການແຜ່ລະບາດຂອງພະຍາດໂຄວິດ-19.
ສ່ວນນາຍົກລັດຖະມົນຕີ ອັງເກລາ ແມຣເຄິລ ຜູ້ນຳເຢຍລະມັນ ກ່າວວ່າ: ມາດຕະການທາງສັງຄົມ ແລະ ສາທາລະນະສຸກທີ່ພາກລັດບັງຄັບໃຊ້ຢູ່ຕອນນີ້ “ອາດຍັງບໍ່ພໍ”. ຂະນະທີ່ທ່ານ ເຢນ ຊາພານ ລັດຖະມົນຕີສາທາລະນະສຸກຂອງເຢຍລະມັນ ຮຽກຮ້ອງປະຊາຊົນອອກມາສັກວັກຊີນໃຫ້ຫລາຍກວ່ານີ້ ປັດຈຸບັນເຢຍລະມັນເຊິ່ງເປັນປະເທດມີປະຊາກອນຫລາຍທີ່ສຸດໃນທະວີບເອີຣົບ ຄືປະມານ 83,7 ລ້ານຄົນ ສັກວັກຊີນຄົບຄວບຄຸມປະຊາກອນແລ້ວ 68% ຖືວ່າຕໍ່າຫລາຍ ເມື່ອທຽບໃສ່ປະເທດໃນເອີຣົບຕາເວັນຕົກດ້ວຍກັນ.
ອ້າງອີງ:
https://www.dailynews.co.th/news/503512/

