ເປດຣີ ດາວຮຸ່ງແອັດສະປາຍ ຄອງຕຳແຫນ່ງ ໂກລເດັນບອຍ 2021

ເປດຣີ ກອງກາງດາວຮຸ່ງທີມຊາດແອັດສະປາຍ ຂອງ ບາເຊໂລນາ ສະໂມສອນໃຫຍ່ໃນເວທີ ລາ ລີກາ ແອັດສະປາຍ ຄວ້າລາງວັນ ໂກລເດັນບອຍ 2021 ໄປຄອງຈາກການປະກາດຜົນຢ່າງເປັນທາງການເມື່ອຄືນວັນຈັນທີ 22 ພະຈິກທີ່ຜ່ານມາ.
ດາວຍິງອາຍຸ 18 ປີ ໄດ້ຮັບຄະແນນສຽງແບບຖະຫລົ່ມທະລາຍ ຖືເປັນສະຖິຕິໃຫມ່ໃນການປະກາດລາງວັນນີ້ ດ້ວຍການໄດ້ຄະແນນຫລາຍເຖິງ 318 ຄະແນນ ໂດຍຫ່າງອັນດັບ 2 ຈູດ ເບລລິງແຮມ ກອງກາງດາວຮຸ່ງທີມຊາດອັງກິດແບບຂາດລອຍ.
“ແນ່ນອນ ຂ້ອຍຕ້ອງຂໍຂອບໃຈ ສະໂມສອນບາເຊໂລນາ, ທີມຊາດແອັດສະປາຍ, ຄອບຄົວ, ຫມູ່ເພື່ອນ ແລະ ທຸກຄົນທີ່ໃກ້ຊິດກັບຂ້ອຍໃນທຸກໆມື້ ຫາກບໍ່ມີພວກເຂົາ ຂ້ອຍກໍຄົງບໍ່ໄດ້ລາງວັນນີ້ ” ກອງກາງທີມຊາດແອັດສະປາຍ ກ່າວ.ສຳລັບ ລາງວັນ Golden boy ຈັດຂຶ້ນໂດຍ ຕຸດໂຕ ສະປອດ ສື່ກິລາຄ້າຍໃຫຍ່ຂອງອິຕາລີ ເຊິ່ງຈະມອບລາງວັນໃຫ້ກັບນັກຕະທີ່ມີອາຍຸບໍ່ເກີນ 21 ທີ່ສ້າງຜົນງານໄດ້ດີໃນປີນັ້ນໆ ດ້ວຍການໃຫ້ບັນດາສື່ມວນຊົນຮ່ວມກັນລົງຄະແນນສຽງໃຫ້.
ໂດຍລາງວັນດ່ັງກ່າວ ຈັດເປັນປີທີ 19 ແລ້ວ, ເຊິ່ງທີ່ຜ່ານມາມີບັນດານັກຕະດັງ ເຊ່ັນ : ລີໂອເນລ ເມສຊີ, ເຊີຄີໂອ ອາເກວໂຣ, ເວນ ຣູນີ, ປອລ ປັອກບາ, ຄີລີຢັນ ເອັມບັບເປ ແລະ ເອີລິງ ຮາແລນ ກໍເຄີຍໄດ້ຮັບລາງວັນນີ້ມາແລ້ວສະໄຫມຍັງເປັນດາວຮຸ່ງ.