ອັງກິດຮັບຜູ້ສັກວັກຊີນຈີນ-ອິນເດຍ ເຂົ້າປະເທດໄດ້ບໍ່ຕ້ອງກັກຕົວ ເລີ່ມຕົ້ນມີຜົນແລ້ວ 22 ພະຈິກ 2021

ທາງການອັງກິດປົດລັອກໃຫ້ຜູ້ສັກວັກຊີນຊິໂນແວັກ, ຊິໂນຟາມ, ໂຄແວັກຊິນ ເດີນທາງເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກຕົວເປັນມື້ທຳອິດ.

ວັນທີ 22 ພະຈິກ 2021, ລັດຖະບານອັງກິດເລີ່ມໃຊ້ມາດຕະການໃໝ່ ໃນການເປີດຮັບຜູ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ຊິໂນແວັກ (Sinovac), ຊິໂນຟາມ (Sinopharm) ຂອງຈີນ ແລະ ໂຄແວັກຊິນ (Covaxin) ຂອງອິນເດຍແລ້ວເປັນມື້ທຳອິດ ຫລັງຈາກກ່ອນໜ້ານີ້ ຜູ້ທີ່ສັກວັກຊີນທີ່ກ່າວມາຈະຕ້ອງເຂົ້າຮັບການກວດໂຄວິດ ແລະ ກັກຕົວເປັນເວລາ 10 ວັນ.

ສຳລັບມາດຕະການໃໝ່ນີ້ ທາງອັງກິດໄດ້ປະກາດໄວ້ນັບແຕ່ວັນທີ 8 ພະຈິກ 2021 ແລະ ເລີ່ມມີຜົນມື້ທຳອິດວັນທີ 22 ພະຈິກນີ້.

ກ່ອນໜ້ານີ້, ທາງອັງກິດໃຫ້ການຮັບຮອງວັກຊີນປ້ອງກັນໂຄວິດ-19 ພຽງ 4 ຍີ່ຫໍ້ໄດ້ແກ່ວັກຊີນແອສຕຣາເຊເນກ້າ (AstraZeneca), ໄຟເຊີ (Pfizer), ໂມເດິນາ (Moderna) ແລະ ຈອນສັນ ແອນ ຈອນສັນ (Johnson & Johnson) ເຊິ່ງເປີດທາງໃຫ້ຜູ້ທີ່ເດີນທາງຈາກປະເທດຕ່າງໆ ແລະ ມີຫລັກຖານການສັກວັກຊີນປ້ອງກັນໂຄວິດ-19 ເຫລົ່ານີ້ຄົບໂດສແລ້ວ ບໍ່ຈຳເປັນຕ້ອງກັກຕົວ 10 ວັນ.

ໂດຍວັກຊີນທັງ 3 ຊະນິດ ເມື່ອກ່ອນບໍ່ໄດ້ຢູ່ໃນລາຍຊື່ວັກຊີນທີ່ໄດ້ຮັບການຮັບຮອງສຳລັບເດີນທາງຂາເຂົ້າ, ແຕ່ທາງການອັງກິດຕັດສິນໃຈປ່ຽນມາຢຶດຕາມການຂຶ້ນທະບຽນນຳໃຊ້ເປັນກໍລະນີສຸກເສີນໂດຍອົງການອະນາໄມໂລກ (WHO) ເຮັດໃຫ້ຜູ້ທີ່ສັກວັກຊີນເຫລົ່ານີ້ບໍ່ຈຳເປັນຕ້ອງກັກຕົວອີກຕໍ່ໄປ.

ຂະນະທີ່ລາຍງານຂອງສຳນັກຂ່າວບລູມເບິກ (Bloomberg) ລະບຸວ່າ: ການຕັດສິນປ່ຽນແປງມາດຕະການຂອງອັງກິດ ຈະເຮັດໃຫ້ນັກສຶກສາຊາວຈີນຫລາຍໝື່ນຄົນທີ່ໄດ້ຮັບວັກຊີນຂອງຈີນ ສາມາດເຂົ້າມາຮຽນໃນມະຫາວິທະຍາໄລໄດ້.

ອ້າງອີງ:

https://www.gov.uk/…/countries-with-approved-covid-19…

https://www.bloomberg.com/…/covid-shots-from-china-and…