ຮື້​ຖອນ​ຮ້ານ-ຕູບ​ຂາຍ​ເຄື່ອງ​ຂອງ​ປະ​ຊາ​ຊົນອອກ​ຈາກ​ພື້ນ​ທ​ີ່​ແຄມ​ຮ່ອງ​ລະ​ບາຍ​ນ້ຳ​ເຂດດອນ​ຈັນ​ພາ​ເລດ​ດ້ານ​ໃນ

​ອີງຕາມຂ່າວວິທະຍຸ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ວັນ​ທີ 20 ພະ​ຈິກ 2021 ນີ້ ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ການ​ຕົວ​ເມືອງວຽງ​ຈັນ ຮ່ວມ​ກັບ ພະ​ແນກ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ນະ​ຄອນ​ຫລວງວຽງ​ຈັນ ພ​້ອມ​ດ້ວຍ​ອົງ​ການ​ປົກ​ຄອງ​ເມື​ອງ​ສີ​ສັດ​ຕະ​ນາກ ໄດ້​ລົງ​ກວດ​ກາ ແລະ ຕິດ​ຕາມ​ການ​ຮື້​ຖອນ​ຮ້ານ-ຕູບ​ຂາຍ​ເຄື່ອງ​ຂອງ​ປະ​ຊາ​ຊົນອອກ​ຈາກ​ພື້ນ​ທ​ີ່​ແຄມ​ຮ່ອງ​ລະ​ບາຍ​ນ້ຳ​ເຂດດອນ​ຈັນ​ພາ​ເລດ​ດ້ານ​ໃນ, ທາງ​ຫລັງ​ໂຮງໝໍ​ມະ​ໂຫ​ສົດ ເນື່ອງ​ຈາກ​ພາກ​ລັດ​ມີ​ຈຸດ​ປະ​ສົງ​ພັດ​ທະ​ນາ​ຈຸດ​ດັ່ງ​ກ່າວ​ໃຫ້​ມີ​ຄວາມ​ສະ​ອາດ​ຈົບ​ງາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ພ້ອມ​ທັງ​ຈັດ​ສັນ​ໃຫ້​ເປັນ​ບ່ອນ​ຈອດ​ລົດ​ຈັກ​ຊົ່ວ​ຄາວ​ໃຫ້​ແກ່​ໂຮງ​ໝໍມະ​ໂຫ​ສົດ.

ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ ຫົວ​ຫນ້າ ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ການ​ຕົວ​ເມືອງວຽງ​ຈັນ ໄດ້​ກ່າວ​ວ່າ ພາຍ​ຫລັງ​ທີ່​ລັດ​ຖະ​ບານ​ໄດ້​ຮັບ​ທຶນ​ຈາກ​ລັດ​ຖ​ະ​ບານ​ຈີນ ປັບ​ປຸງ​ເຂດ​ດັ່ງ​ກ່າວ​ໃຫ້​ມີ​ຄວາມ​ສະ​ອາບ​ຈົບ​ງາມ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫນື່ງ​ໄດ້​ມາ​ຕັ້ງ​ຮ້ານ​ຂາຍ​ເຄື່ອງ​ຊົ່ວ​ຄາວ​ເບື້ອງ​ຕົນ​ມີ​ພຽງ 2–3 ຮ້ານ​ແລ້ວ​ຂະ​ຫຍາຍ​ອອກ​ເປັນ​ຫລາຍໆ​ຮ້ານ ແລ້ວ​ຕໍ່​ເທີບ​ອອກ ເຮັດ​ໃຫ້​ເຂດ​ດັ່ງກ່າວ ບໍ່​ມີ​ຄວາມ​ສະ​ອາດ​ຈົບ​ງາມ. ສະ​ນັ້ນ, ຫ້ອງ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ການ​ຕົວ​ເມືອງວຽງ​ຈັນ ຈື່ງ​ໄດ້​ຮ່ວມ​ກັບ​ພາກ​ສ່ວນ​ທີ່ກ່ຽວຂ້ອງ ລຸ​ລ່ວງ​ໃຫ້​ປະ​ຊາ​ຊົນ ຊາວ​ຄ້າ​ຂາຍ ໃຫ້​ຢຸດ​ເຊົາ ແລະ​ ຮື້ຖອນ​ສິ່ງ​ປຸກ​ສ້າງ​ອອກ​ຈາກ​ເຂດ​ດັ່ງ​ກ່າວ ແລະ ເຂົ້າ​ຈັບ​ຈອງ​ບ່ອນ​ຄ້າ​ຂາຍ​ໃຫມ່​ຕາມ​ຕະ​ຫລາດ​ ແລະ ສະ​ຖານ​ທີ່ ທີ່​ຄະ​ນະ​ຈັດ​ສັນໄດ້​ກຳ​ນົດ​ໃຫ້ ເພື່ອ​ຄວາມ​ເປັນ​ເອ​ກະ​ພາບ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ.