ກະຊວງການເງິນຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ 4 ກົມ

ວັນທີ 18 ພະຈິກ 2021 ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂະແໜງການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມທາງໄກ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ 4 ກົມຄື: ກົມງົບປະມານແຫ່ງລັດ, ກົມກວດກາ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ສະຖາບັນການເງິນ–ການບັນຊີ ພາຍໃຕ້ການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາທ່ານຫົວໜ້າ–ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ຂອງບັນດາກົມກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ; ບັນດາທ່ານຫົວໜ້າກົມ ໄດ້ສະເໜີຜ່ານເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ, ການສະເໜີເພີ່ມ–ຫຼຸດກົງຈັກ, ເພີ່ມ–ຫຼຸດໜ້າທີ່ ແລະ ຂອບເຂດສິດຕາມໜ້າທີ່ວຽກງານຕົວຈີງ ຊຶ່ງປັບປຸງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົມ ແລະ ທຽບເທົ່າ ໃຫ້ສອດຄ່ອງກັບ ດຳລັດ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021 ໂດຍສະເພາະວຽກທີ່ໄດ້ມີການຊັບຊ້ອນ ແລະ ມອບໂອນລະຫວ່າງກົມ.
ໃນນັ້ນ; ຈຸດສຸມໃນການກວດກາ ແລະ ປັບປຸງຄືນແມ່ນ: ມາດຕາ 1 ຈຸດປະສົງ, ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ, ມາດຕາ 3 ໜ້າທີ່, ມາດຕາ 4 ຂອບເຂດສິດ ແລະ ມາດຕາ 5 ໂຄງປະກອບກົງຈັກຂອງແຕ່ລະກົມໃຫ້ກະທັດຮັດ ເພື່ອປັບປຸງເນື້ອໃນຂອງແຕ່ລະກົມໃຫ້ມີຄວາມຄົບຖ້ວນສົມບູນ, ຖືກຕ້ອງ, ພ້ອມທັງຮັບປະກັນດ້ານເນື້ອໃນໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານ ຮັບໃຊ້ໜ້າທີ່ການເມືອງໃນໄລຍະໃໝ່ຂອງຂະແໜງການເງິນ ໃຫ້ມີປະສິດທິພາບ, ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.
ໂອກາດດັ່ງກ່າວ; ທ່ານ ບຸນປອນ ວັນນະຈິດ ໄດ້ປະກອບຄຳເຫັນໃສ່ແຕ່ລະຈຸດທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຮຽກຮ້ອງໃຫ້ບັນດາກົມຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງຂໍ້່ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງແຕ່ລະກົມຢ່າງມີຄວາມຮັບຜິດຊອບສູງ, ສຳເລັດຕາມກຳນົດເວລາ ແລະ ມີເນື້ອໃນຄົບຖ້ວນ. ພ້ອມກັນນັ້ນ, ຍັງໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນກັບໄປຄົ້ນຄວ້າ, ປັບປຸງເນື້້ອໃນແຕ່ລະມາດຕາກ່ຽວກັບວຽກງານຂອງຕົນເອງ ທີ່ຍັງເຫັນວ່າບໍ່ທັນຄົບຖ້ວນສົມບູນ ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ທັນເວລາ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

