ທ່ານ ສີຈິ້ນຜິງ – ທ່ານ ໄບເດນ ເປີດກອງປະຊຸມສຸດຍອດ ພ້ອມເດີນໜ້າພັດທະນາການພົວພັນ ຈີນ-ອາເມລິກາ ທ່າມກາງຄວາມພະຍາຍາມຫລີກລ່ຽງຄວາມຂັດແຍ່ງ

ກອງປະຊຸມສຸດຍອດຜ່ານລະບົບ Virtual ລະຫວ່າງ ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ແລະ ປະທານປະເທດ ສີຈິ້ນຜິງ ຂອງຈີນ ເປີດຂຶ້ນໃນເວລາ 19:45 ໂມງ ວັນທີ 15 ພະຈິກ ຕາມເວລາຂອງອາເມລິກາ ຫລື ກົງກັບເວລາ 7:45 ໂມງ ຂອງວັນທີ 16 ພະຈິກ ຕາມເວລາຢູ່ລາວ ທ່າມກາງການຕິດຕາມຈາກທົ່ວໂລກທີ່ຄາດຫວັງເຖິງຜົນໄດ້ຮັບຈາກກອງປະຊຸມ ເຊິ່ງຄັ້ງນີ້ຖືເປັນກອງປະຊຸມຮ່ວມຂອງ 2 ຜູ້ນຳຮອບທີ 3 ນັບແຕ່ທ່ານ ໄບເດນ ເຂົ້າຮັບຕຳແໜ່ງໃນຕົ້ນປີຜ່ານມາ.
ບັນຍາກາດກອງປະຊຸມເລີ່ມຕົ້ນຢ່າງເປັນກັນເອງ ໂດຍທ່ານ ສີຈິ້ນຜິງ ກ່າວວ່າ: ທ່ານມີຄວາມສຸກທີ່ໄດ້ພົບ “ໝູ່ເກົ່າ” ຄືທ່ານ ໄບເດນ ພ້ອມເນັ້ນຄວາມສຳຄັນ ແລະ ຄວາມຮັບຜິດຊອບຂອງຈີນ ແລະ ອາເມລິກາ ທີ່ມີຕໍ່ທົ່ວໂລກ ໃນການຫລີກລ່ຽງຄວາມຂັດແຍ່ງ ແລະ ເດີນໜ້າຂັບເຄື່ອນການພົວພັນຂອງ 2 ປະເທດໄປໃນທິດທາງທີ່ເປັນບວກ.
ຂະນະທີ່ທ່ານ ໄບເດນ ເຊິ່ງນັ່ງປະຊຸມຈາກຫ້ອງໂຣສເວລໃນທຳນຽບຂາວ ກ່າວກັບຜູ້ນຳຈີນຜ່ານຈໍຂະໜາດໃຫຍ່ດ້ວຍສີໜ້າຍິ້ມແຍ້ມ ໃຫ້ຄຳໝັ້ນໃນການຍົກບັນຫາທີ່ມີຄວາມກັງວົນເພື່ອຫາລືໃນກອງປະຊຸມຮອບນີ້ ເຊິ່ງລວມທັງບັນຫາສິດທິມະນຸດ ແລະ ບັນຫາອື່ນໆໃນພາກພື້ນອິນໂດ-ປາຊີຟິກ.
ທັງນີ້, ທ່ານ ສີຈິ້ນຜິງ ຢືນຢັນວ່າ: ສິ່ງສຳຄັນຄືການທີ່ທັງ 2 ປະເທດນັ້ນຕ້ອງໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ້ອງການ “ການພົວພັນທີ່ໝັ້ນຄົງ”. ຂະນະທີ່ຊີ້ວ່າ: 2 ຝ່າຍຕ້ອງມີການເພີ່ມການສື່ສານ ແລະ ການຮ່ວມມືລະຫວ່າງກັນ ເພື່ອແກ້ໄຂບັນຫາ ແລະ ຄວາມທ້າທາຍຫລາຍຢ່າງທີ່ກຳລັງຜະເຊີນຢູ່ ເຊິ່ງການພົວພັນທີ່ແຂງແຮງລະຫວ່າງຈີນ ແລະ ອາເມລິການັ້ນຈຳເປັນຕໍ່ການຜະເຊີນຄວາມທ້າທາຍລະດັບໂລກເຊັ່ນ: ສະພາບການປ່ຽນແປງຂອງສະພາບອາກາດ ແລະ ໂຄວິດ.
ຂະນະທີ່ທ່ານ ໄບເດນ ລະບຸວ່າ: ອາເມລິກາ ແລະ ຈີນນັ້ນມີການສື່ສານກັນຢ່າງກົງໄປກົງມາສະເໝີ ແລະ ບໍ່ເຄີຍຖອຍຫ່າງຈາກກັນໃນຂະນະທີ່ສົງໄສວ່າອີກຝ່າຍກຳລັງຄິດຫຍັງຢູ່. ພ້ອມທັງສະເໜີວ່າ: 2 ປະເທດຈຳເປັນຕ້ອງສ້າງ “ຮົ້ວກັ້ນສາມັນສຳນຶກ” ເພື່ອໃຫ້ແນ່ໃຈວ່າການແຂ່ງຂັນລະຫວ່າງກັນຈະບໍ່ຫັນໄປສູ່ຂັດແຍ່ງ.
ສຳລັບຄວາມເຫັນຂອງທ່ານ ໄບເດນ ນັ້ນເບິ່ງຄືວ່າຈະເຊື່ອມໂຍງໃສ່ບັນຫາໄຕ້ຫວັນ ເຊິ່ງເປັນບັນຫາທີ່ເພີ່ມຄວາມຂັດແຍ່ງລະຫວ່າງອາເມລິກາ ແລະ ຈີນ ຫລາຍຂຶ້ນໃນໄລຍະຜ່ານມາ ໂດຍຈີນເບິ່ງໄຕ້ຫວັນເປັນມົນທົນໜຶ່ງທີ່ແຍກຕົວອອກໄປ, ແຕ່ໄຕ້ຫວັນທີ່ປົກຄອງດ້ວຍລະບອບປະຊາທິປະໄຕເບິ່ງຕົນເອງເປັນລັດອະທິປະໄຕ.
ເຊິ່ງຫລາຍເດືອນຜ່ານມາ ສະຖານະການລະຫວ່າງຈີນ ແລະ ໄຕ້ຫວັນເຄັ່ງຕຶງຂຶ້ນ ຈາກກໍລະນີຈີນເພີ່ມການສົ່ງເຮືອບິນກອງທັບລຸກລ້ຳນ່ານຟ້າໄຕ້ຫວັນ ແລະ ສະແດງຄວາມຕັ້ງໃຈຈະລວມຊາດກັບໄຕ້ຫວັນໃນອະນາຄົດ ເຮັດໃຫ້ຫລາຍຝ່າຍກັງວົນວ່າເຫດການອາດລຸກລາມໄປສູ່ສົງຄາມ.
ຂະນະທີ່ທ່ານ ໄບເດນ ສະແດງທ່າທີວ່າ: ອາເມລິກາພ້ອມໃຫ້ການຊ່ວຍເຫລືອໄຕ້ຫວັນໃນການປ້ອງກັນຕົນເອງຖ້າຖືກຈີນໂຈມຕີ ໂດຍສື່ຂອງທາງການຈີນລາຍງານວ່າ: ປະທານປະເທດ ສີຈິ້ນຜິງ ອາດໃຊ້ໂອກາດນີ້ເພື່ອສົ່ງສັນຍານໃຫ້ອາເມລິກາເລີກຫຍຸ້ງກ່ຽວໃນບັນຫາໄຕ້ຫວັນ.
ເຖິງຢ່າງໃດກໍຕາມ, ໃນກອງປະຊຸມຂອງ 2 ຜູ້ນຳຮອບນີ້ ຍັງມີບັນຫາສຳຄັນອື່ນໆທີ່ຄາດວ່າຈະຖືກຍົກຂຶ້ນຫາລື ເຊິ່ງລວມທັງບັນຫາຄວາມໝັ້ນຄົງທາງໄຊເບີ, ການຮ່ວມມືດ້ານການຄ້າ ແລະ ການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຕະຫລອດຈົນການຮັບມືວິກິດການປ່ຽນແປງຂອງສະພາບອາກາດ ແລະ ໂຄວິດ.
ອ້າງອີງ:

