9 ເດືອນຜ່ານມາ ແຂວງສາລະວັນ ເກັບລາຍຮັບເຂົ້າຫງົບປະມານ ​78,02 ຕື້ກີບ

ກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 3 ຊຸດທີ IX ໄດ້ສຸມໃສ່ຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 9 ເດືອນຜ່ານມາ ແລະ ຄົ້ນຄວ້າປະກອບຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບທິດທາງແຜນການຕໍ່ໜ້າ ຊຶ່ງໄດ້ສໍາເລັດລົງ​ເມື່ອບໍ່​ດົນ​ມານີ້ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີບັນດາທ່ານຮອງເຈົ້າແຂວງ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກ-ຮອງພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ 3 ກຸ່ມທະນາຄານຂອງລັດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດວຽກງານຕ່າງໆຂອງແຂວງສາລະວັນ ເປັນຕົ້ນ: ແຜນພັດທະນາເສດຖະກິດ-ສັງຄົມ ຢ່າງພາວະວິໃສ ໃນໄລຍະ 9 ເດືອນຜ່ານມາ ຂົງເຂດກະສິກຳ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄວາມກະຕືລືລົ້ນໃນການຜະລິດສູງຂຶ້ນ, ຂົງເຂດອຸດສາຫະກຳ ບາງພາກສ່ວນໄດ້ຮັບຜົນກະທົບ ບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນ ແລະ ດ້ານການບໍລິການ ຊຶ່ງເປັນສາເຫດເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານ​ປະຕິບັດ ໄດ້ທັງໝົດ ​78,02 ຕື້ກີບ ​ເທົ່າກັບ ​45.09% ຂ​ອງແຜນການປີ,​ ມູນຄ່າການສົ່ງອອກ ປະຕິບັດໄດ້ 1.499 ຕື້ກີບ, ເພີ່ມຂຶ້ນ 37,45% ຂອງແຜນການ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 59,60%, ສິນຄ້ານໍາເຂົ້າປະຕິບັດໄດ້ 156 ຕື້ກີບ. ສໍາລັບວຽກງານການລົງທຶນຂອງລັດໃນປີ 2021 ມີໂຄງການທັງໝົດ 340 ໂຄງການ​ ຊຶ່ງມີແຜນອະນຸມັດທັງໝົດ 33,24 ຕື້ກີບ ແລະ ອະນຸມັດຈ່າຍໄດ້ແລ້ວ 106 ໂຄງການ​ ມູນຄ່າ ​10,70 ຕື້ກີບ, ນອກນັ້ນ ຍັງໄດ້ເອົາໃຈໃສ່ວຽກງານແກ້ໄຂຄວາມທຸກຍາກໃຫ້ໄດ້ບັນລຸຕາມແຜນການ, ການຊຸກຍູ້ສົ່ງເສີມການຜະລິດການ​ປູກຝັງ-ລ້ຽງສັດເປັນສິນຄ້າ​, ການ​ສົ່ງ​ເສີມ​ທຸລະ​ກິດ​​ແບບຄອບຄົວ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ (SMES) ແລະ ການ​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ແລະ ບັນຫາອຶ່ນໆ.​ ນອກນັ້ນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ເອົາໃຈໃສ່ເລັ່ງສັກຢາວັກຊິນ ກັນພະຍາດໂຄວິດ-19 ໃຫ້ໄດ້ 50% ໃນປີ 2021 ຄຽງຄູ່ກັນໄປກັບວຽກງານອຶ່ນໆ.
ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ຮັກສາ​ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ – ສັງຄົມ ​ແລະ ​ແຜນງົບປະມານແຫ່ງລັດ ໃນອີກ 3 ເດືອນທ້າຍປີ, ເອົາໃຈໃສ່ປະຕິບັດ​ມາດ​ຕະການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ, ປັບປຸງ, ແກ້ໄຂສິ່ງ​​ທີ່​ເປັນ​ອຸປະສັກ, ນັບ​ທັງ​ກົນ​ໄກ,​ ລະບຽບການຕ່າງໆ. ທັງໄດ້ເນັ້ນ​ເຖິງບຸກຄະລາ​ກອນ ​​ໃນ​ກົງຈັກການຈັດ​ຕັ້ງ​ຂອງ​ພັກ -​ ລັດ ​ໃນ​ແຕ່ລະ​ຂົງ​ເຂດປະຕິບັດຕາມ​ກົນ​ໄກ​ປະຕູ​ດຽວ​ໃຫ້​ມີ​ຄວາມ​ວ່ອງ​ໄວ, ​ໂປ່​ງ​ໃສ, ສາມາດກວດ​ສອບ​ໄດ້, ຊຸກຍູ້​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ຂະໜາດກາງ​ (SME) ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ສືບຕໍ່​ເອົາ​ໃຈ​ໃສ່ສູງວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຂວງໃຫ້ດີຂຶ້ນເປັນກ້າວໆ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໃນການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າເພື່ອສະໜອງໃຫ້ກັບຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ວຽກງານອຶ່ນໆ.