ຊອກເຫັນແລ້ວ! ສາເຫດພາໃຫ້ທຸກ

ປີໜຶ່ງມີ 365 ວັນ, ອາທິດໜຶ່ງພັກວັນເສົາ ແລະ ວັນອາທິດ, ປີໜຶ່ງເສຍເວລາໄປ 104 ວັນ. ນອນ 8 ຊົ່ວໂມງ/ວັນ, ປີໜຶ່ງເສຍເວລາໄປ 122 ວັນ. ເສຍເວລາກັບການກິນ 2 ຊົ່ວໂມງ/ວັນ ປີໜຶ່ງລວມເປັນ 30 ວັນ. ອາບນ້ຳ+ຊັກເຄື່ອງ+ອະນາໄມເຮັດຄວາມສະອາດ 2 ຊົ່ວໂມງ/ວັນ, ປີໜຶ່ງເສຍໄປ 30 ວັນ.
ປີໜຶ່ງເສຍເວລາໄປກັບງານສັງຄົມຕ່າງໆ 30 ວັນ. ໄປພັກຜ່ອນທ່ອງທ່ຽວປີໜຶ່ງ 2 ອາທິດ ລວມ 14 ວັນ. ພັກບຸນປີໃໝ່+ໄປຢ້ຽມຢາຍາດພີ່ນ້ອງ+ເພື່ອນຝຸງ ປີໜຶ່ງເສຍເວລາໄປ 15 ວັນ. ໂທສາຍ, ຫຼີ້ນໂທລະສັບ ເສຍເວລາໄປ 30 ນາທີ/ວັນ ປີໜຶ່ງລວມເປັນ 8 ວັນ. ຂີ່ລົດເລາະຫຼີ້ນຕາມສະຖານທີ່ຕ່າງໆ ໃນຕົວເມືອງ 20 ນາທີ/ວັນ, ລວມເປັນ 5 ວັນ/ປີ. ເສຍເວລາກັບການບັນເທິງ+ຫຼີ້ນກີລາ 20 ນາທີ/ວັນ, ລວມເປັນ 5 ວັນ/ປີຢ່າງໜ້ອຍ.
ສະນັ້ນ, ວັນເວລາເຮັດວຽກເຮັດການຕົວຈິງກໍຄື: 365 – 104 – 122 – 30 – 30 -14 – 15 – 8 – 5 – 5 – 1 = 1 ວັນ. ນີ້ຄືສາເຫດພາໃຫ້ພວກເຮົາທຸກ.

