ຄະນະສະເພາະກິດໜູນໃຊ້ໂຮງແຮມເປັນໂຮງໝໍພາກສະໜາມ ເນື່ອງຈາກມີເງື່ອນໄຂສະດວກ ແລະ ປອດໄພກວ່າ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 11 ຕຸລາ 2021 ນີ້ວ່າ: ຕໍ່ສະພາບການລະບາດໃນປັດຈຸບັນ ທາງຄະນະສະເພາະກິດ, ກະຊວງສາທາລະນະສຸກ ກໍຄື ພະແນກສາທາລະນະສຸກໃນແຕ່ລະແຂວງໄດ້ປະຊຸມ, ປຶກສາຫາລືກັບ ອົງການ ອະນາໄມໂລກ ເພື່ອຮ່າງບັນດາຂໍ້ແນະນຳດ້ານວິຊາການສຳລັບຜູ້ທີ່ມີເງື່ອນໄຂປິ່ນປົວຢູ່ບ້ານ ລວມທັງກະກຽມທີມແພດພະຍາບານ ເພື່ອຈະລໍຖ້າຮັບສາຍໃຫ້ຄຳປຶກສາຕໍ່ຄົນເຈັບທີ່ປິ່ນປົວຢູ່ເຮືອນ.

 

ໃນປັດຈຸບັນໄດ້ມີການຄົ້ນຄວ້າໝູນໃຊ້ໂຮງແຮມໃຫ້ກາຍເປັນໂຮງໝໍພາກສະໜາມເຊິ່ງມີເງື່ອນໄຂທີ່ເໝາະສົມ ແລະ ປອດໄພກວ່າການປິ່ນປົວຢູ່ທີ່ເຮືອນ ດ້ວຍສາເຫດທີ່ວ່າມີຫ້ອງພ້ອມຫ້ອງນ້ຳ ແຍກແຕ່ລະຄົນ ແລະ ທີມແພດມາດໄປດູແລໄດ້ເປັນຈຸດຢ່າງສະດວກ, ປັດຈຸບັນ ນະຄອນຫລວງວຽງຈັນ ໄດ້ມີການເປີດນໍາໃຊ້ໂຮງແຮມມາເປັນໂຮງໝໍພາກສະໜາມ ຈຳນວນ 1 ແຫ່ງ ແລະ ມີຄົນເຈັບເຂົ້ານອນ ຕິດຕາມ ປິ່ນປົວຈໍານວນ 22 ຄົນ.

ສໍາລັບການປະຕິບັດຕົນເອງ ກ່ອນທີ່ທາງທີມງານແພດໝໍຈະໄປຮັບ ແມ່ນໃຫ້ປະຕິບັດຕົນດັ່ງນີ້: ແຍກຕົວເອງທັນທີ, ແຍກເຄື່ອງໃຊ້ສ່ວນຕົວ, ຕິດຕາມອາການ, ຕິດຕາມອຸ່ນນະພູມ, ໃສ່ຜ້າປິດປາກ-ດັງ ຕະຫລອດເວລາ, ຖ້າມີອາການຜິດປົກະຕິ ແມ່ນ ໂທປືກສາ ແພດໝໍທັນທີ.