ຍີ່ປຸ່ນໂຄສະນາໃຫ້ປະຊາຊົນ ເຮັດວຽກຢູ່ເຮືອນແກ້ໄຂ ລົດຕິດ-ປະຕິຮູບການເຮັດວຽກ

ຍີ່ປຸ່ນໂຄສະນາໃຫ້ປະຊາຊົນເຮັດວຽກຈາກຢູ່ເຮືອນ ຫວັງບັນເທົາບັນຫາລົດຕິດ ແລະ ຫລຸດຄວາມແອອັດໃນຂະບວນລົດໄຟ ກ່ອນຮອດວັນຈັດການແຂ່ງຂັນກິລາໂອລິມປິກຢູ່ນະຄອນຫລວງໂຕກຽວໃນປີ 2020 ແລະ ຕ້ອງການປະຕິຮູບວັດທະນະທຳການເຮັດວຽກພາຍໃນປະເທດ.
ກະຊວງກິດຈະການພາຍໃນ ແລະ ການສື່ສານຍີ່ປຸ່ນ ເປີດເຜີຍວ່າ: ມີພະນັກງານປະມານ 60.000 ຄົນຈາກກວ່າ 900 ບໍລິສັດ, ອົງການ ແລະ ໜ່ວຍງານຂອງລັດຖະບານເຂົ້າຮ່ວມການໂຄສະນານີ້ ເຊິ່ງສະໜັບສະໜູນໃຫ້ມີການປັບປ່ຽນພຶດຕິກຳຈາກການທີ່ຕ້ອງເດີນທາງໄປສະຖານທີ່ເຮັດວຽກດ້ວຍລົດໄຟທີ່ແອອັດ ຫລື ຂັບລົດຍົນສ່ວນຕົວຜະເຊີນກັບສະພາບການຈະລາຈອນໜາແໜ້ນຢູ່ຖະໜົນ ປ່ຽນເປັນເລີ່ມຕົ້ນເຮັດວຽກຢູ່ເຮືອນແທນ.
ການໂຄສະນາດັ່ງກ່າວມີຈຸດປະສົງໃນການຊ່ວຍບັນເທົາຄວາມແອອັດໃນຂະບວນລົດໄຟ ແລະ ສະພາບການຈະລາຈອນຢູ່ຖະໜົນ ໂດຍສະເພາະຢູ່ນະຄອນຫລວງໂຕກຽວ ກ່ອນການແຂ່ງຂັນກິລາໂອລິມປິກລະດູຮ້ອນຈະເລີ່ມຕົ້ນຢ່າງເປັນທາງການໃນວັນທີ 24 ກໍລະກົດ 2020. ນອກຈາກນີ້ ຍັງເປັນຄວາມພະຍາຍາມໃນການປະຕິຮູບວັດທະນະທຳການເຮັດວຽກໜັກຢູ່ຍີ່ປຸ່ນ ໂດຍທາງການຫວັງວ່າ: ປະຊາຊົນຈະຕໍ່ຍອດ ແລະ ຫັນມາເຮັດວຽກຈາກຢູ່ເຮືອນຫລາຍຂຶ້ນ ພາຍຫລັງການແຂ່ງຂັນກິລາໂອລິມປິກສິ້ນສຸດລົງ.
ເຈົ້າໜ້າທີ່ລັດຖະບານຄົນໜຶ່ງກ່າວວ່າ: ການສະໜັບສະໜູນໃຫ້ປະຊາຊົນເຮັດວຽກຈາກຢູ່ເຮືອນເປັນວິທີໜຶ່ງຈະຊ່ວຍແກ້ໄຂບັນຫາສະພາບການຈະລາຈອນແອອັດຢູ່ນະຄອນຫລວງໂຕກຽວ, ບາງຄົນອາດຈະຮູ້ສຶກເຖິງຈຳນວນລົດຢູ່ຖະໜົນຫລຸດລົງ, ຂະນະທີ່ບາງຄົນອາດຍັງບໍ່ຮູ້ສຶກເຖິງການປ່ຽນແປງ ເພາະຍັງເປັນພຽງການເລີ່ມຕົ້ນ. ຈາກນີ້ລັດຖະບານຈະປະສານງານກັບບັນດາບໍລິສັດ ແລະ ພະນັກງານຕ່າງໆໃຫ້ເລີ່ມຄິດປ່ຽນວິທີການເຮັດວຽກທີ່ແຕກຕ່າງຈາກເກົ່າ.

