ອາເມລິກາ ກຽມເຊັນສັນຍາກັບ ໄຟເຊີ ສັ່ງວັກຊີນອີກ 500 ລ້ານໂດສ ເອົາໄປບໍລິຈາກໃຫ້ທົ່ວໂລກ

ລັດຖະບານອາເມລິກາ ກຽມສັ່ງວັກຊີນໄຟເຊີເພື່ອບໍລິຈາກເພີ່ມອີກ 500 ລ້ານໂດສ, ຂະນະທີ່ກຳລັງຈະຕັດສິນໃຈສັກເຂັມ 3 ໃຫ້ປະຊາກອນໃນປະເທດ.

ວັນທີ 19 ກັນຍາ 2021, ສຳນັກຂ່າວບລູມເບິກ (Bloomberg) ລາຍງານໂດຍອ້າງອີງຈາກແຫລ່ງຂ່າວວົງໃນວ່າ: ລັດຖະບານຂອງປະທານາທິບໍດີ ໂຈ ໄບເດນ ໃກ້ຈະບັນລຸຂໍ້ຕົກລົງກັບໄຟເຊີ (Pfizer) ໃນການສັ່ງຊື້ວັກຊີນປ້ອງກັນພະຍາດໂຄວິດ-19 ເພີ່ມອີກ 500 ລ້ານໂດສ ເປັນການເພີ່ມຈຳນວນວັກຊີນທີ່ຈະເອົາໄປບໍລິຈາກໃຫ້ທົ່ວໂລກເປັນ 2 ເທົ່າຈາກເດີມ.

ຄາດວ່າຈະມີການປະກາດຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການໃນມໍ່ໆນີ້ ໂດຍກ່ອນໜ້ານີ້ ລັດຖະບານອາເມລິກາ ເຄີຍສັ່ງຊື້ວັກຊີນໄຟເຊີເພື່ອບໍລິຈາກໃນລັກສະນະດຽວກັນມາແລ້ວເມື່ອເດືອນສິງຫາຜ່ານມາ.

ໄຟເຊີຈະຈັດສົ່ງວັກຊີນໃຫ້ໂຄງການໂຄແວກ (COVAX) ທີ່ເຮັດໜ້າທີ່ເປັນຄົນກາງໃນການກະຈາຍວັກຊີນໃຫ້ປະເທດທີ່ຂາດເຂີນ.

ການບໍລິຈາກວັກຊີນຖືເປັນໜຶ່ງໃນການສະແດງອອກທາງການທູດທີ່ປະເທດມະຫາອຳນາດນຳມາໃຊ້ໃນຊ່ວງວິກິດໂຄວິດ-19, ແຕ່ໃນອີກມຸມໜຶ່ງ ການເພີ່ມພູມຕ້ານທານໃຫ້ປະຊາກອນໂລກກໍເປັນການຫລຸດໂອກາດການກາຍພັນຂອງເຊື້ອໄວຣັສທີ່ອາດກັບມາແຜ່ລະບາດຢູ່ອາເມລິກາໄດ້ເຊັ່ນກັນ.

ຕາມລາຍງານຍັງໄດ້ວິເຄາະວ່າ: ການບໍລິຈາກວັກຊີນເປັນຈຳນວນຫລາຍ ຈະຊ່ວຍໃຫ້ອາເມລິກາບໍ່ຖືກຕຳໜິເລື່ອງການກັກຕຸນວັກຊີນໄວ້ໃຊ້ສັກກະຕຸ້ນເປັນເຂັມທີ 3 ໃຫ້ພົນລະເມືອງຂອງຕົນເອງ. ຂະນະທີ່ຫລາຍປະເທດໃນໂລກ ຜູ້ທີ່ຕ້ອງການສັກວັກຊີນຍັງບໍ່ມີໂອກາດທີ່ຈະສັກເຂັມ 1 ຊ້ຳ.

ໂດຍອົງການອາຫານ ແລະ ຢາອາເມລິກາ (FDA) ກຳລັງຈະຕັດສິນໃຈໃນມໍ່ໆນີ້ ວ່າຈະເຮັດຕາມຄຳແນະນຳຂອງຄະນະກຳມະການອິດສະຫລະທີ່ສະເໜີໃຫ້ມີການສັກວັກຊີນເຂັມ 3 ໃຫ້ກຸ່ມຄົນອາຍຸ 65 ປີຂຶ້ນໄປ ແລະ ກຸ່ມທີ່ມີຄວາມສ່ຽງສູງ ຫລື ບໍ່.

ອ້າງອີງ:

https://www.bloomberg.com/…/u-s-nears-deal-for-500…