ສານອິນໂດເນເຊຍ ຊີ້ປະທານາທິບໍດີມີຄວາມຜິດ ປ່ອຍໃຫ້ເກີດມົນລະພິດທາງອາກາດ ສັ່ງໃຫ້ອອກມາດຕະການດ້ານສິ່ງແວດລ້ອມ

ປະທານາທິບໍດີອິນໂດເນເຊຍ ແລະ ລັດຖະມົນຕີ ຖືກສານຕັດສິນໃຫ້ມີຄວາມຜິດ ຂໍ້ຫາບໍ່ຍອມອອກມາດຕະການຄວບຄຸມມົນລະພິດ.
ວັນທີ 16 ກັນຍາ 2021, ສຳນັກຂ່າວອັລຈາຊີຣາ (Al Jazeera) ລາຍງານວ່າ: ສານອິນໂດເນເຊຍມີຄຳພິພາກສາໃຫ້ປະທານາທິບໍດີ ໂຈໂຄ ວິໂດໂດ ແລະ ຜູ້ບໍລິຫານລະດັບສູງອີກ 6 ຄົນ ມີຄວາມຜິດຂໍ້ຫາປ່ອຍປະລະເລີຍຕໍ່ໜ້າທີ່ ໃນການຄວບຄຸມມົນລະພິດທາງອາກາດ ເຮັດໃຫ້ປະຊາຊົນເສຍສິດໃນການຮັບອາກາດບໍລິສຸດ.
ຜູ້ພິພາກສາທັງ 3 ຂອງສານເຂດຈາກາຕາກາງ ອອກສຽງຢ່າງເປັນເອກະສັນ ໃຫ້ກຸ່ມປະຊາຊົນ 32 ຄົນ ເປັນຝ່າຍຊະນະຄະດີທີ່ຍື່ນຟ້ອງປະທານາທິບໍດີ ວິໂດໂດ, ລັດຖະມົນຕີກິດຈະການພາຍໃນ, ລັດຖະມົນຕີສາທາລະນະສຸກ, ລັດຖະມົນຕີສິ່ງແວດລ້ອມ ລວມທັງເຈົ້າຄອງນະຄອນຫລວງຈາກາຕາ, ບັນເທນ ແລະ ຈາວາຕາເວັນຕົກ ເພື່ອເອົາຜິດລັດຖະບານທີ່ບໍ່ສາມາດຢືນຢັນສະພາບແວດລ້ອມທີ່ດີຕໍ່ສຸຂະພາບໄດ້.
ທ່ານ ໄຊຟຸດດິນ ຊຸຫຣີ ປະທານຜູ້ພິພາກສາ ໄດ້ສັ່ງໃຫ້ຈຳເລີຍທັງ 7 ອອກມາດຕະການທີ່ຈຳເປັນ ເພື່ອຄວບຄຸມມົນລະພິດທາງອາກາດໃນນະຄອນຫລວງຈາກາຕາ ເຊິ່ງເປັນໜຶ່ງໃນເມືອງທີ່ຕິດອັນດັບດ້ານມົນລະພິດອັນດັບຕົ້ນໆຂອງໂລກ ໂດຍຂໍໃຫ້ລັດຖະບານເນັ້ນໃສ່ການແກ້ໄຂຄວັນພິດຈາກຍານພາຫະນະ ແລະ ໂຮງໄຟຟ້າພະລັງງານຖ່ານຫີນເປັນພິເສດ, ພ້ອມກຳນົດບົດລົງໂທດຢ່າງຊັດເຈນຖ້າມີການລະເມີດຂໍ້ບັງຄັບເກີດຂຶ້ນ.
ຜູ້ພິພາກສາຍັງໄດ້ບອກໃຫ້ລັດຖະບານພັດທະນາລະບົບກວດສອບຄຸນນະພາບອາກາດ ແລະ ເປີດເຜີຍຂໍ້ມູນດ້ານມົນລະພິດໃຫ້ສາທາລະນະໄດ້ຮັບຮູ້.
ທັງນີ້, ກຸ່ມປະຊາຊົນທີ່ເປັນໂຈດຍື່ນຟ້ອງ ບໍ່ໄດ້ຮຽກຮ້ອງຄ່າເສຍຫາຍແຕ່ຢ່າງໃດ.
ອ້າງອີງ:

