ການສາກໄຟໂທລະສັບທີ່ທຳລາຍແບັດເຕີຣີທີ່ສຸດ

ການສາກໄຟໂທລະສັບເປັນສິ່ງທີ່ເຮົາເຮັດທຸກມື້, ແຕ່ມີເຖິງ 90% ຂອງຄົນທີ່ສາກໄຟແບັດເຕີຣີແບບບໍ່ຖືກວິທີ.
– ໃຊ້ຫົວສາກໄຟທີ່ໃຫ້ມາກັບໂທລະສັບ : ຖ້າທ່ານໃຊ້ຫົວສາກ iPhone ມາສາກ iPad ທ່ານຈະເຫັນໄດ້ຈະແຈ້ງວ່າມັນສາກໄຟດົນຫລາຍກ່ວາຈະເຕັມ. ກົງກັນຂ້າມຖ້າເອົາຫົວສາກ iPad ມາສາກ iPhone ຈະຫລຸດເວລາໃນການສາກໄດ້, ແຕ່ອາດຈະມີບັນຫາດ້ານຄວາມປອດໄພ ທາງທີ່ດີທີ່ສຸດໃຫ້ໃຊ້ຫົວສາກເກົ່າທີ່ໃຫ້ມາ.
– ເລືອກສາຍສາກແບບໃດດີ ? ໃຊ້ສາຍສາກທີ່ໃຫ້ມາກັບໜ່ວຍໂທລະສັບ ຖ້າໃຊ້ສາຍສາກບໍ່ດີ ຄຸນນະພາບຕໍ່າ ຈະເຮັດໃຫ້ເກີດອາການໄຟຕົກ, ສາຍສາກຮອງຮັບກະແສໄຟຟ້າບໍ່ພຽງພໍ.
– ເວລາສາກໄຟຄວນຢູ່ບ່ອນທີ່ຮ້ອນ ຫລື ເຢັນເກີນໄປ ? ອຸນຫະພູມບໍ່ຄວນຈະຮ້ອນ ຫລື ເຢັນຈົນເກີນໄປ ອຸນຫະພູມທີ່ຕໍ່າຫລາຍຈະເຮັດໃຫ້ແບັດເຕີຣີບໍ່ຕອບສະໜອງຕໍ່ການສາກໄຟ ຈະເຮັດໃຫ້ການສາກໄຟດົນຂຶ້ນ ຫລື ສາກໄຟແບັດເຕີຣີບໍ່ເຂົ້າເລີຍ. ໃນຂະນະດຽວກັນຫາກອຸນຫະພູມສູງຈະເຮັດໃຫ້ເກີດຄວາມບໍ່ສະຖຽນ ແລະ ສ່ຽງຕໍ່ແບັດເຕີຣີລະເບີດໄດ້.
– ຈຳນວນການສາກໄຟ : ມີຄຳເວົ້າວ່າແບັດເຕີຣີມືຖືມີຈຳນວນຮອບການໃຊ້ງານ ຫາກສາກໄຟຫລາຍເກີນໄປຈະເຮັດໃຫ້ແບັດເຕີຣີເສື່ອມໄວ ຄວາມຈິງແລ້ວບໍ່ແມ່ນ ໃນຄວາມຈິງການສາກໄຟແບັດເຕີຣີໂທລະສັບເລື້ອຍໆແມ່ນວິທີທີ່ຖືກຕ້ອງ.
– ໂທສະລັບຮຸ່ນໃໝ່ຕ້ອງສາກໄຟຕອນຊື້ມາໃໝ່ຫລືບໍ່ ? ໂທລະສັບຮຸ່ນເກົ່າຕອນຊື້ມາໃໝ່ໆຈະຕ້ອງໃຊ້ແບັດເຕີຣີໃຫ້ໝົດ ແລ້ວ ສາກຈົນເຕັມ, ແຕ່ສະມາດໂຟນທີ່ມີແບັດເຕີຣີລິທຽມໄອອອນ ຈຶ່ງບໍ່ຕ້ອງເຮັດແບບນັ້ນແລ້ວ.
– ໃນເວລາສາກໄຟສາມາດໃຊ້ໂທລະສັບໄດ້ຫລືບໍ່ ? ທາງທີ່ດີຄວນປິດເຄື່ອງແລ້ວຈຶ່ງສາກໄຟ, ໃຊ້ໂທລະສັບມືຖືໃນເວລາສາກໄຟເປັນການທຳລາຍແບັດເຕີຣີຫລາຍ ເຮັດໃຫ້ແບັດເຕີຣີເສື່ອມໄວທີ່ສຸດ.
– ສາກໄຟແບັດເຕີຣີດົນເກີນໄປ ຫລັງຈາກໂທລະສັບມືຖືໄດ້ສາກໄຟເຕັມແລ້ວບໍ່ຖອດສາຍອອກນັ້ນ ເຖິງຈະເຮັດໃຫ້ແບັດເຕີຣີເຕັມຢູ່ຕະຫລອດ ແລະ ບໍ່ເຮັດໃຫ້ລະເບີດ, ແຕ່ອາດຈະເຮັດໃຫ້ຄວາມຈຸຂອງແບັດເຕີຣີຫລຸດລົງ ຫລາຍຄົນມັກສາກໄຟປະໄວ້ຕອນນອນ ຖ້າໃຊ້ຫົວສາກ ແລະ ສາຍສາກຈາກບ່ອນທີ່ໃຫ້ມາກັບໜ່ວຍໂທລະສັບ ເມື່ອໂທລະສັບສາກເຕັມຈະສະແຕນບາຍ ເວລານັ້ນຈະໃຊ້ໄຟຈາກສາຍສາກ ບໍ່ແມ່ນຈາກແບັດເຕີຣີ ຖ້າສາຍສາກໂທລະສັບມືຖືບໍ່ດີ ຈະບໍ່ຢຸດການໃຊ້ງານຂອງແບັດເຕີຣີ, ແຕ່ອາດຈະເຮັດໃຫ້ແບັດເຕີຣີເສື່ອມໄດ້.
– ເວລາສາກໄຟໃຫ້ຖອດເຄສຫຸ້ມໂທລະສັບອອກ : ເວລາສາກໄຟຈະເຮັດໃຫ້ເກີດຄວາມຮ້ອນ. ດັ່ງນັ້ນ, ໃຫ້ຖອດເຄສຫໍ່ຫຸ້ມໂທລະສັບມືຖືອອກກ່ອນຈະດີທີ່ສຸດ.
– ສິ່ງທີ່ຄວນລະວັງແມ່ນດົນໆໄປຄວນຈະປິດເຄື່ອງແດ່ ເພາະການເປີດເຄື່ອງໄວ້ດົນໆ ລະບົບຈະຊ້າລົງ ການປິດແລ້ວເປີດ ເຄື່ອງໃໝ່ເປັນໄລຍະຈະສາມາດຂະຫຍາຍອາຍຸການໃຊ້ງານຂອງໂທລະສັບມືຖືໄດ້ດົນຂຶ້ນ.

