ເກີດເຫດລະເບີດຢູ່ນະຄອນຫລວງກາບູນ ມີຜູ້ເສຍຊີວິດແລ້ວ 24 ຄົນ
ເກີດເຫດລະເບີດຂ້າຕົວຕາຍຢູ່ນະຄອນຫລວງກາບູນຂອງອັບການິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ ແລະ ບາດເຈັບອີກຈຳນວນຫລາຍ ເວລາ 07:00 ໂມງ ວັນທີ 24 ກໍລະກົດນີ້, ທາງການຄາດວ່າຈຳນວນຜູ້ເສຍຊີວິດອາດມີເພີ່ມສູງຂຶ້ນອີກ.
ໂຄສົກກະຊວງປ້ອງກັນປະເທດຂອງອັບການິດສະຖານເປີດເຜີຍວ່າ: ມີຜູ້ໄດ້ຮັບບາດເຈັບຈາກເຫດລະເບີດຄັ້ງນີ້ຢ່າງໜ້ອຍ 42 ຄົນ.
ຂະນະທີ່ໂຄສົກລັດຖະບານອັບການິດສະຖານຖະແຫລງວ່າ: ມືລະເບີດຂ້າຕົວຕາຍໄດ້ຈູດລະເບີດຂຶ້ນພາຍໃນລົດຄັນໜຶ່ງ ທີ່ຈອດຢູ່ເຂດຂອງຊາວມຸດສະລິມຊີອະທາງຕາເວັນຕົກຂອງເມືອງ ໃກ້ກັບເຮືອນຂອງທ່ານ ໂມຮຳໝັດ ໂມຮາຄິກ ຮອງຫົວໜ້າຜູ້ບໍລິຫານລັດຖະບານອັບການິດສະຖານ ໂດຍໂຄສົກປະຈຳຕົວຂອງທ່ານ ໂມຮາຄິກ ບອກກັບສຳນັກຂ່າວ AFP ວ່າ: ມືລະເບີດອາດຈະມຸ່ງເປົ້າທຳລາຍເຮືອນພັກຂອງທ່ານ ໂມຮາຄິກ, ແຕ່ລົດຖືກສະກັດໄວ້ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພກ່ອນ.
ເຖິງຢ່າງໃດກໍຕາມ, ຍັງບໍ່ແນ່ນອນວ່າມືລະເບີດມຸ່ງເປົ້າສັງຫານຜູ້ໃດແທ້ ແລະ ຍັງບໍ່ມີກຸ່ມໃດອອກມາອ້າງຄວາມຮັບຜິດຊອບວ່າເປັນຜູ້ລົງມືກໍ່ເຫດໃນຄັ້ງນີ້.
ເຫດລະເບີດໂຈມຕີນະຄອນຫລວງກາບູນສ່ວນຫລາຍໃນອະດີດ ມັກເປັນຝີມືຂອງກຸ່ມຕາລີບັນ ຫລື ກຸ່ມທີ່ເອີ້ນຕົນເອງວ່າ ລັດອິດສະລາມ (IS) ໂດຍໃນເດືອນພຶດສະພາຜ່ານມາ ເກີດເຫດລະເບີດລົດບັນທຸກ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 90 ຄົນ.

