ເກີດເຫດຍິງໃນສະຖານທູດອິດສະລາແອນ ຢູ່ຊັອກດານີ ເສຍຊີວິດ 2 ບາດເຈັບ 1
ຊາຍຊາວປາແລັສຕິນ 2 ຄົນເສຍຊີວິດ ແລະ ຊາຍຊາວຢິວຄົນໜຶ່ງໄດ້ຮັບບາດເຈັບ ຈາກເຫດຍິງພາຍໃນສະຖານເອກອັກຄະລັດຖະທູດອິດສະລາແອນປະຈຳນະຄອນຫລວງອຳມານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງອຳມານ ປະເທດຊັອກດານີ ໃນວັນທີ 24 ກໍລະກົດນີ້ວ່າ: ສຳນັກງານຕຳຫລວດນະຄອນຫລວງອຳມານລາຍງານການເກີດເຫດຮຸນແຮງພາຍໃນສະຖານເອກອັກຄະລັດຖະທູດອິດສະລາແອນ ໃນຕອນຄໍ່າຂອງວັນທີ 23 ກໍລະກົດຕາມເວລາທ້ອງຖິ່ນ ໂດຍໃນຈຸດເກີດເຫດພົບຜູ້ໄດ້ຮັບບາດເຈັບຈາກການຖືກຍິງ 3 ຄົນ ເປັນຊາຍຊາວຊັອກດານີ 2 ຄົນ ເຊິ່ງເປັນພະນັກງານຂອງບໍລິສັດເຟີນິເຈີແຫ່ງໜຶ່ງ ແລະ ຊາຍຊາວອິດສະລາແອນ ຈຶ່ງຟ້າວນຳສົ່ງໂຮງໝໍ, ແຕ່ຊາຍຊາວຊັອກດານີທັງສອງຄົນເສຍຊີວິດໃນເວລາຕໍ່ມາ, ສ່ວນອາການຂອງຊາຍຊາວອິດສະລາແອນຍັງປອດໄພ ໂດຍຕຳຫລວດປະຕິເສດໃຫ້ຂໍ້ມູນໃດເພີ່ມອີກ ລວມທັງບັນຫາທີ່ວ່າຄົນຮ້າຍເປັນໃຜ ແລະ ສາເຫດຂອງການຍິງເກີດຈາກຫຍັງ.
ຂະນະທີ່ສື່ທ້ອງຖິ່ນລາຍງານວ່າ: ມີການແທງກັນເກີດຂຶ້ນນຳ, ແຕ່ຍັງບໍ່ມີການຢືນຢັນຢ່າງເປັນທາງການຈາກພະນັກງານສືບສວນ, ສ່ວນກະຊວງການຕ່າງປະເທດຊັອກດານີ ແລະ ອິດສະລາແອນຍັງຮັກສາທ່າທີຕໍ່ເຫດການດັ່ງກ່າວ ແລະ ຫລັງເກີດເຫດມີລາຍງານການອົບພະຍົບເຈົ້າໜ້າທີ່ພາຍໃນສະຖານເອກອັກຄະລັດຖະທູດເປັນການຊົ່ວຄາວ.
ທັງນີ້, ອິດສະລາແອນ ແລະ ຊັອກດານີ ສະຖາປະນາການພົວພັນທາງການທູດກັນຢ່າງເປັນທາງການດ້ວຍສົນທິສັນຍາສັນຕິພາບ ໃນປີ 1994. ເຖິງຢ່າງໃດກໍຕາມ, ເຫດການເກີດຂຶ້ນໃນເວລາດຽວກັບສະຖານະການເຄັ່ງຕຶງຢູ່ເຂດເມືອງເກົ່າຂອງນະຄອນຫລວງເຢລູຊາເລມ ຈາກກໍລະນີທີ່ອິດສະລາແອນຕິດຕັ້ງເຄື່ອງກວດຈັບໂລຫະ ແລະ ຕໍ່ມາມີການຕິດຕັ້ງກ້ອງວີດີໂອວົງຈອນປິດເພີ່ມອີກ ໂດຍສະເພາະບໍລິເວນອ້ອມມັດສະຢິດອັດ-ອັກຊໍ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ແກ່ປາແລັສຕິນ ເຊິ່ງມີຈຳນວນບໍ່ໜ້ອຍທີ່ອົບພະຍົບມາຕັ້ງຖິ່ນຖານຢູ່ຊັອກດານີ.

