ວັນທີ 6 ກັນຍາ ທົ່ວປະເທດມີຜູ້ເສຍຊີວິດຈາກອຸປະຕິເຫດ 5 ຄົນ

ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ວ່າ: ໃນວັນທີ 6 ກັນຍາ 2021 ນີ້ ເຊິ່ງກົງກັບວັນບຸນຫໍ່ເຂົ້າປະດັບດິນ, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 30 ຄັ້ງ ແລະ ມີຜູ້ເສຍຊີວິດ 5 ຄົນ. ໃນນັ້ນມີຢູ່ ນະຄອນຫລວງວຽງຈັນ 4 ຄັ້ງ; ແຂວງຜົ້ງສາລີ 4 ຄັ້ງ; ແຂວງໄຊຍະບູລີ 3 ຄັ້ງ; ແຂວງວຽງຈັນ 6 ຄັ້ງ ແລະ ເສຍຊິວີດ 1 ຄົນ; ແຂວງບໍລິຄຳໄຊ 1 ຄັ້ງ; ແຂວງສະຫວັນ 3 ຄັ້ງ; ແຂວງສາລະວັນ 2 ຄັ້ງ ແລະ ເສຍຊິວີດ 1 ຄົນ; ແຂວງຈຳປາສັກ 5 ຄັ້ງ ແລະ ເສຍຊີວິດ 2 ຄົນ; ແຂວງເຊກອງ 1 ຄັ້ງ ແລະ ເສຍຊີວິດ 1 ຄົນ; ແຂວງອັດຕະປື 1 ຄັ້ງ.
ສາເຫດທີ່ພາໃຫ້ເກີດສ່ວນໃຫຍ່ແມ່ນຍ້ອນຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ນັກຂັບຂີ່ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ພ້ອມທັງລະເມີດລະບຽບຈະລາຈອນ, ລ່ວງປ້າຍຫ້າມ ແລະ ອື່ນໆ.
ພ້ອມນີ້, ກໍຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງພ້ອມກັນປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ຂັບຂີ່ລົດໃຫ້ກຽດເຊິ່ງກັນ ແລະ ກັນ, ບໍ່ຂັບຂີ່ໄວເກີນກຳນົດ ແລະ ອື່ນໆ ເພື່ອຫລຸດຜ່ອນການເກີດອຸປະຕິເຫດ ແລະ ເສຍຊີວິດ.

