2 ກັນຍາ 1945 ສິ້ນສຸດສົງຄາມໂດນັນໂດຄັ້ງທີ່ 2 ຢ່າງເປັນທາງການ

ສົງຄາມໂລກຄັ້ງທີ 2 ເປັນການຕໍ່ສູ້ລະຫວ່າງກຸ່ມປະເທດ ( ເຢຍລະມັນ, ອີຕາລີ, ຍີ່ປຸ່ນ ) ກັບ ກຸ່ມປະເທດພັນທະມິດ ນຳໂດຍ ອັງກິດ, ຝຣັ່ງ, ສະຫະລັດອາເມລິກາ ສົງຄາມຄັ້ງນີ້ເລີ່ມຢ່າງເປັນທາງການເມື່ອກອງທັບເຢຍລະມັນບຸກເຂົ້າໄປຍຶດເອົາປະເທດໂປແລນ ເມື່ອວັນທີ 1 ກັນຍາ 1939 ເຮັດໃຫ້ປະເທດອັງກິດ, ຝຣັ່ງ ແລະ ດິນແດນອານານິຄົມຂອງອັງກິດອີກ 4 ແຫ່ງຄື: ອອສເຕຣເລຍ, ນີວຊີແລນ, ອິນເດຍ, ອັຟຣິກາໃຕ້ ປະກາດສົງຄາມກັບ ເຢຍລະມັນ, ຕໍ່ມາໃນປີ 1940 ກອງທັບກອງເຢຍລະມັນຮຸກຮານປະເທດ ນໍລເວ ແລະ ປະເທດເດັນມາກ ກ່ອນຈະໂຈມຕີປະເທດຝຣັ່ງ ຜ່ານທາງປະເທດເນເທີແລນ, ເບລຢ້ຽມ ລັກເຊມເບິກ, ໃນປີດຽວກັນ ອີຕາລີ ໄດ້ປະກາດສົງຄາມກັບອັງກິດ ແລະ ຝຣັ່ງ, ຖັດມາປີ 1941 ເຢຍລະມັນ ໄດ້ຍຶດເອົາ ຢູໂກສະລາວີ ແລະ ເລີ່ມສົ່ງທະຫານເຂົ້າໄປຮຸກຮານ ສະຫະພາບໂຊວຽດ ໃນຂະນະທີ່ ປະເທດຍີ່ປຸ່ນໂຈມຕີອ່າວເພິລ ( Pear Harbour ) ເທິງເກາະຮາວາຍ ຂອງສະຫະລັດອາເມລິກາ ແລ້ວປະກາດສົງຄາມກັບສະຫະລັດອາເມລິກາ ແລະ ອັງກິດ ການໂຈມຕີຂອງກອງທັບຍີ່ປຸ່ນ ຄັ້ງນີ້ສົ່ງຜົນໃຫ້ສະຫະລັດອາເມລິກາຕັດສິນໃຈເຂົ້າສູ່ສົງຄາມໂລກ.
ຈາກນັ້ນອາເມຣິກາໄດ້ໂຈມຕີຍີ່ປຸນດ້ວຍລະເບີດປະລາມານູ 2 ລູກ ທີ່ເມືອງຮິໂຣຊິມາ ແລະ ນາງາຊາກິເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ແລະ ຖືວ່າເປັນຈຸດປ່ຽນຄັ້ງທີ່ສຳຄັນຂອງສົງຄາມໂລກຄັ້ງທີ 2 ແລະ ສິ້ນສຸດລົງຢ່າງເປັນທາງການເມື່ອວັນທີ 2 ກັນຍາ 1945 ເມື່ອ ທ່ານ ມາໂມຣຸ ຊິເງມິຊື (Mamoru Shigemitsu) ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໃນຂະນະນັ້ນ ໃນນາມຂອງພະຈັກກະພັດໄດ້ລົງນາມໃນເອກະສານຍອມຈຳນົນຢ່າງບໍ່ມີເງື່ອນໄຂຕໍ່ກຸ່ມສຳພັນທະມິດເປັນສັນຍາລັກຂອງການສິ້ນສຸດສົງຄາມຄັ້ງທີ່ 2 ຢ່າງເປັນທາງການ.

