ຈະເກີດຫຍັງຂຶ້ນໃນອັບການິດສະຖານ ຫລັງກອງທັບອາເມລິກາຖອນທະຫານອອກໝົດ

ພາລະກິດຂອງກອງທັບອາເມລິກາໃນອັບການິດສະຖານປິດສາກລົງຢ່າງເປັນທາງການ ຫລັງການຖອນກຳລັງທະຫານສຳເລັດໃນ 24:00 ໂມງ ຂອງວັນທີ 31 ສິງຫາ, ແຕ່ຍັງມີຫລາຍສິ່ງທີ່ໜ້າກັງວົນ ໂດຍສະເພາະຊະຕາກຳຂອງຊາວອາເມລິກາທີ່ຍັງຫລົງເຫລືອຢູ່ປະມານ 100-200 ຄົນ ແລະ ຊາວອັບການິດສະຖານທີ່ເຄີຍເຮັດວຽກໃຫ້ປະເທດຕາເວັນຕົກ ເຊິ່ງບໍ່ໄດ້ອົບພະຍົບ.
ຫລາຍຝ່າຍຕັ້ງຄຳຖາມເຖິງອະນາຄົດຂອງອັບການິດສະຖານຕໍ່ຈາກນີ້ ທັງການພົວພັນລະຫວ່າງ ອາເມລິກາ ແລະ ລັດຖະບານຕາລີບັນ ຈະເປັນແນວໃດ ? ແລະ ອັບການິດສະຖານຈະກັບມາເປັນຖານເຄື່ອນໄຫວຂອງກຸ່ມກໍ່ການຮ້າຍອີກ ຫລື ບໍ່ ? ເຊິ່ງທັງໝົດຍັງເປັນປິດສະໜາຕ້ອງລໍຖ້າຄຳຕອບຕໍ່ໄປ.
ຊະຕາກຳຊາວອາເມລິກາ ແລະ ອັບການິດສະຖານກຸ່ມສ່ຽງທີ່ບໍ່ໄດ້ອົບພະຍົບ
- ກອງທັບອາເມລິກາອົບພະຍົບພົນລະເຮືອນຊາວອາເມລິກາອອກຈາກອັບການິດສະຖານແລ້ວປະມານ 6.000 ຄົນ, ແຕ່ມາຮອດຕອນນີ້ ຄາດວ່າຍັງມີຊາວອາເມລິກາທີ່ຫລົງເຫລືອຢູ່ ແລະ ບໍ່ໄດ້ຮັບການອົບພະຍົບອີກປະມານ 100-200 ຄົນ ເຊິ່ງຍັງບໍ່ຮູ້ຊະຕາກຳທີ່ແນ່ນອນ.
- ນອກຈາກນີ້ ຍັງມີຊາວອັບການິດສະຖານກຸ່ມສ່ຽງອີກຫລາຍໝື່ນຄົນ ທີ່ເຄີຍເຮັດວຽກໃຫ້ກອງທັບ, ໜ່ວຍງານ ແລະ ສຳນັກຂ່າວຕ່າງໆຂອງອາເມລິກາ ແລະ ປະເທດຕາເວັນຕົກ ເຊິ່ງບໍ່ໄດ້ຮັບການຊ່ວຍເຫລືອອົບພະຍົບອອກນອກປະເທດ ໂດຍຍັງບໍ່ແນ່ນອນວ່າຕາລີບັນຈະເຮັດແນວໃດກັບຄົນກຸ່ມນີ້ ເຊິ່ງອາດຖືກລົງໂທດ ທັງສະຖານເບົາ-ໜັກ ຫລື ເຖິງຂັ້ນຖືກປະຫານຊີວິດ.
- ລັດຖະບານອາເມລິກາຄາດຫວັງວ່າ ຫລັງການຖອນທະຫານທັງໝົດ ກຸ່ມຕາລີບັນຈະຍັງອະນຸຍາດໃຫ້ຊາວອາເມລິກາທີ່ຕົກຄ້າງ ລວມທັງຊາວອັບການິດສະຖານທີ່ຕ້ອງການອົບພະຍົບ ສາມາດເດີນທາງອອກຈາກອັບການິດສະຖານໄດ້ຢ່າງປອດໄພ.
- ຫລັງການເຂົ້າຢຶດອຳນາດລັດຖະບານ ຕາລີບັນໃຫ້ຄຳໝັ້ນວ່າຈະອະນຸຍາດໃຫ້ພົນລະເຮືອນຕ່າງປະເທດທັງໝົດ ແລະ ພົນລະເຮືອນອັບການິດສະຖານທີ່ມີເອກະສານເດີນທາງຖືກຕ້ອງ ສາມາດອອກຈາກອັບການິດສະຖານໄດ້.
- ແຕ່ຈາກທ່າທີຂອງກຸ່ມຕາລີບັນ ທີ່ພະຍາຍາມປິດກັ້ນເສັ້ນທາງ ແລະ ບໍ່ໃຫ້ຊາວອັບການິດສະຖານທີ່ມີເອກະສານໄດ້ເດີນທາງໄປສະໜາມບິນ ເພື່ອອົບພະຍົບ ເຮັດໃຫ້ມີຄວາມບໍ່ແນ່ນອນວ່າ ຕໍ່ຈາກນີ້ຕາລີບັນຈະຍອມໃຫ້ຊາວອັບການິດສະຖານອອກນອກປະເທດໄດ້ອີກ ຫລື ບໍ່.
ຈະເກີດຫຍັງຕໍ່ສະໜາມບິນຄາບູລ ຫລັງອາເມລິກາຈາກໄປ ?
- ໄລຍະສອງອາທິດຫລັງການຢຶດອຳນາດຂອງຕາລີບັນ ກອງທັບອາເມລິກາເປັນຝ່າຍຄວບຄຸມພື້ນທີ່ທັງໝົດພາຍໃນສະໜາມບິນ ໂດຍສົ່ງກອງກຳລັງທະຫານໄປປະຈຳການເກືອບ 6.000 ຄົນ ເພື່ອຊ່ວຍຄຸ້ມຄອງຄວາມປອດໄພ ແລະ ອຳນວຍຄວາມສະດວກໃນການອົບພະຍົບ ແຕ່ຫລັງການຖອນທະຫານອາເມລິກາຊຸດສຸດທ້າຍ ກຸ່ມນັກຮົບຕາລີບັນໄດ້ເຂົ້າຢຶດຄອງພື້ນທີ່ສະໜາມບິນທັງໝົດທັນທີ.
- ທ່ານ ແອນໂທນີ ບລິນເຄນ ລັດຖະມົນຕີຕ່າງປະເທດອາເມລິກາ ເປີດເຜີຍວ່າ: ອາເມລິກາ ກຳລັງມີການຫາລືກັບປະເທດພັນທະມິດ ເພື່ອຫາຫົນທາງໃຫ້ກຸ່ມຕາລີບັນຍອມເປີດສະໜາມບິນຄາບູລອີກ.
- ຂະນະທີ່ກຸ່ມຕາລີບັນກຳລັງຢູ່ລະຫວ່າງຫາລືກັບລັດຖະບານຫລາຍປະເທດເຊັ່ນ: ກາຕາ ແລະ ຕວກກີ ເພື່ອຂໍການຊ່ວຍເຫລືອໃນການຈັດສົ່ງຖ້ຽວບິນພົນລະເຮືອນໄປອັບການິດສະຖານ ເຊິ່ງເປັນຊ່ອງທາງດຽວສຳລັບຄົນທີ່ຕ້ອງການເດີນທາງອອກຈາກອັບການິດສະຖານ, ແຕ່ລັດຖະມົນຕີຕ່າງປະເທດຕວກກີ ລະບຸວ່າ: ຈຳເປັນຕ້ອງມີການສ້ອມແປງສະໜາມບິນຄາບູລກ່ອນ ຈຶ່ງຈະສາມາດກັບມາເປີດຖ້ຽວບິນພົນລະເຮືອນໄດ້.
- ຕວກກີ ເຊິ່ງເປັນສ່ວນໜຶ່ງຂອງ NATO ມີໜ້າທີ່ຮັບຜິດຊອບດ້ານຄວາມປອດໄພຢູ່ສະໜາມບິນຮາມິດຄາໄຊ ໃນນະຄອນຫລວງຄາບູລ ໄລຍະ 6 ປີຜ່ານມາ ໂດຍການເປີດສະໜາມບິນຕໍ່ ຫລັງຈາກກອງກຳລັງຕ່າງປະເທດສົ່ງມອບອຳນາດຄວບຄຸມໃຫ້ຕາລີບັນນັ້ນ ມີຄວາມສຳຄັນຫລາຍ ເພາະບໍ່ພຽງຈະເປັນການຮັກສາຊ່ອງທາງໃຫ້ອັບການິດສະຖານເຊື່ອມຕໍ່ກັບໂລກພາຍນອກ ແຕ່ຍັງເປັນຊ່ອງທາງເປີດຮັບການຊ່ວຍເຫລືອຈາກບັນດາປະເທດນຳອີກ.
ອະນາຄົດການພົວພັນຕາລີບັນກັບອາເມລິກາ ແລະ ປະເທດຕາເວັນຕົກ
- ອາເມລິກາບໍ່ມີແຜນໃຫ້ນັກການທູດປະຈຳການຢູ່ອັບການິດສະຖານ ແລະ ຈະຕັດສິນໃຈວ່າຈະເຮັດແນວໃດຕໍ່ການພົວພັນລະຫວ່າງສອງປະເທດ ຂຶ້ນຢູ່ກັບທ່າທີຂອງຕາລີບັນ.
- ຂະນະທີ່ລັດຖະບານວໍຊິງຕັນ ອາດຕ້ອງກຳນົດແນວທາງດຳເນີນເພື່ອໃຫ້ແນ່ໃຈວ່າວິກິດດ້ານມະນຸດສະທຳ ແລະ ວິກິດເສດຖະກິດ ຈະບໍ່ເກີດຂຶ້ນໃນອັບການິດສະຖານຕໍ່ຈາກນີ້.
- ຄວາມຫວັງຕໍ່ວິກິດໃນອັບການິດສະຖານ ມີຂຶ້ນທ່າກາງລາຍງານຈາກອົງການສະຫະປະຊາຊາດ ທີ່ເປີດເຜີຍວ່າ ມີຊາວອັບການິດສະຖານຫລາຍກວ່າ 18 ລ້ານຄົນ ຫລື ເກີນກວ່າເຄິ່ງໜຶ່ງຂອງປະຊາກອນທົ່ວປະເທດ ກຳລັງຕ້ອງການການຊ່ວຍເຫລືອ. ຂະນະທີ່ເຄິ່ງໜຶ່ງຂອງປະຊາກອນເດັກອາຍຸຕໍ່າກວ່າ 5 ປີ ກຳລັງປະສົບສະພາບຂາດສານອາຫານກະທັນຫັນ ຈາກບັນຫາໄພແຫ້ງແລ້ງຮຸນແຮງທີ່ເກີດຂຶ້ນເປັນຄັ້ງທີ 2 ໃນຮອບ 4 ປີ.
- ເຖິງຢ່າງໃດກໍຕາມ, ບາງປະເທດເຊັ່ນ: ອັງກິດ ສະແດງຈຸດຢືນທີ່ຊັດເຈນວ່າ: ບໍ່ຄວນມີປະເທດໃດຍອມຮັບກຸ່ມຕາລີບັນໃນຖານະລັດຖະບານອັບການິດສະຖານຢ່າງຖືກຕ້ອງຕາມກົດໝາຍ ເຊິ່ງທ່າທີດັ່ງກ່າວອາດສົ່ງຜົນໃຫ້ການພົວພັນລະຫວ່າງລັດຖະບານຕາລີບັນ ແລະ ປະເທດຕາເວັນຕົກ ບໍ່ສາມາດເດີນໜ້າຕໍ່ໄດ້ ແລະ ອາດນຳໄປສູ່ຊະນວນຄວາມຂັດແຍ່ງອື່ນໆໃນອະນາຄົດ.
ໄພຄຸກຄາມກໍ່ການຮ້າຍໃນອັບການິດສະຖານ
- ໜຶ່ງໃນການຮ່ວມມືລະຫວ່າງອາເມລິກາ ແລະ ຕາລີບັນ ທີ່ຄາດວ່າຈະເກີດຂຶ້ນ ຄືການຮັບມືໄພຄຸກຄາມຈາກການກໍ່ການຮ້າຍ ດ້ວຍຝີມືຂອງກຸ່ມໄອຊິສ-ເຄ (ISIS-K) ເຊິ່ງເປັນເຄືອຂ່າຍຂອງກຸ່ມລັດອິສລາມ ຫລື ໄອເອສໃນອັບການິດສະຖານ ທີ່ຂຶ້ນຊື່ເລື່ອງການກໍ່ເຫດໂຈມຕີທີ່ໂຫດຫ້ຽມກວ່າຕາລີບັນຫລາຍ.
- ໂດຍໄອຊິສ-ເຄ ເຊື່ອວ່າເປັນກຸ່ມທີ່ຢູ່ເບື້ອງຫລັງເຫດລະເບີດຂ້າຕົວຕາຍ ແລະ ກາດຍິງນອກສະໜາມບິນຄາບູລ ເມື່ອວັນທີ 26 ສິງຫາ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 170 ຄົນ ລວມທະຫານອາເມລິກາ 13 ຄົນ ແລະ ຜ່ານມາຍັງເຄີຍກໍ່ເຫດໂຈມຕີສະເທືອນຂວັນເຊັ່ນ: ການບຸກສັງຫານຄົນໃນໂຮງຮຽນຍິງ ແລະ ພະແນກເກີດລູກໃນໂຮງໝໍ.
- ຜ່ານມາ ກຸ່ມຕາລີບັນ ແລະ ໄອຊິສ-ເຄ ຖືເປັນສັດຕູກັນ ເຖິງວ່າຈະມີການເຊື່ອມໂຍງກັນໃນບາງຈຸດເຊັ່ນ: ສະມາຊິກຂອງໄອຊິສ-ເຄ ລຸ້ນບຸກເບີກເປັນສະມາຊິກຕາລີບັນ ແລະ ເຄືອຂ່າຍກຸ່ມຕິດອາວຸດຮັກການີ ເຊິ່ງເປັນໜ່ວຍຮົບຍ່ອຍຂອງຕາລີບັນ ເຄີຍຮ່ວມກໍ່ເຫດໂຈມຕີກັບກຸ່ມໄອຊິສ-ເຄ.
- ໜ່ວຍຂ່າວລັບອາເມລິກາເຊື່ອວ່າໄອຊິສ-ເຄ ສວຍໂອກາດເຄື່ອນໄຫວ ແລະ ກໍ່ເຫດໃນໄລຍະທີ່ອັບການິດສະຖານຍັງຢູ່ໃນສະພາບໄຮ້ສະຖຽນລະພາບ ຫລັງການໂຄ່ນລົ້ມລັດຖະບານພົນລະເຮືອນ ໂດຍອາໄສເພີ່ມຄວາມແຂງແກ່ນຂອງກອງກຳລັງ ຈາກການຈັດຫາສະມາຊິກໃໝ່ ເຊິ່ງລວມທັງອະດີດສະມາຊິກຂອງຕາລີບັນທີ່ຖືກຂັບໄລ່ອອກຈາກກຸ່ມ.
- ແຕ່ສິ່ງທີ່ຍັງບໍ່ແນ່ນອນ ຄືລັດຖະບານວໍຊິງຕັນຈະຈັບມື ຫລື ແຊຂໍ້ມູນກັບລັດຖະບານຕາລີບັນ ເພື່ອຊ່ວຍຕໍ່ຕ້ານການກໍ່ການຮ້າຍຂອງໄອຊິສ-ເຄໄດ້ຫລາຍຊໍ່າໃດ ແລະ ຈະເຊື່ອໃຈຕາລີບັນໄດ້ຫລາຍພຽງໃດ.
ອ້າງອີງ:
https://www.reuters.com/world/what-happens-now-that-us-troops-have-left-afghanistan-2021-08-30/

