ເນມາ ກຽມຍ້າຍອອກຈາກ ບາເຊໂລນາ ແລ້ວ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ “ສະກາຍ ສະ ປອດ” ສື່ດັງຂອງເມືອງ ອັງກິດ ລາຍງານຂ່າວວ່າ ເນມາ ກຽມ ຍ້າຍອອກຈາກທີມ ບາເຊໂລນາ ໄປຫຼິ້ນກັບໃຫ້ ປາຣິສ ແຊັງແຊັກ ແມງ ໃນລາຄາສະຖິຕິໂລກ 222 ລ້ານເອີໂຣ ຫຼື ປະມານ 196 ລ້ານປອນ.
ຫຼັງຈາກຕົກເປັນກະແສ ຂ່າວມາຫຼາຍມື້ ເບິ່ງຄືວ່າການຊື້ ຂາຍສະຖິຕິໂລກມີຄວາມຄືບໜ້າໄປຢ່າງຫຼາຍ ຫຼ້າສຸດ “ສະກາຍ ສະປອດ” ລາຍງານວ່າ ເນມາ ໃກ້ທີ່ຈະຍ້າຍອອກຈາກ ບາເຊໂລ ນາ ແລ້ວ ຫາກຕີເປັນເປີເຊັນກໍສູງ ເຖິງ 90%.
ສ່ວນທາງ “ອີເອສພີເອັນ” ອີກໜຶ່ງສື່ທີ່ໜ້າເຊື່ອຖືໄດ້ກໍລາຍ ງານວ່າ ເນມາ ບັນລຸຂໍ້ຕົກລົງ ສ່ວນໂຕກັບ ປາຣິສ ແຊັງແຊັກ ແມງ ແລ້ວ ໂດຍຕອນນີ້ເຫຼືອພຽງ ນຳເງິນສິຖິຕິໂລກຈີກສັນຍາ ເຊິ່ງ ຄາດວ່າການຊື່ຂາຍດັ່ງກ່າວຈະ ເກີດຂຶ້ນພາຍໃນອີກບໍ່ດົນນີ້.

