ລັດຖະບານອົດສະຕຣາລີ ມອບເຄື່ອງຊ່ວຍເຫລືອໃກ້ແກ່ ສສປ ລາວຕື່ມ ມູນຄ່າ 2,25 ລ້ານເອີໂຣ

ວັນທີ 26 ສິງຫາ 2021 ຜ່ານມານີ້ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອຈາກລັດຖະບານອົດສະຕຣາລີ ມອບໂດຍທ່ານທູດໂພລ ຕາງໜ້າລັດຖະບານລາວຮັບໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກ ດຣ ບຸນແຝງ ພູມມະໄລສິດ.
ທຶນຊ່ວຍເຫລືອຈາກລັດຖະບານອົດສະຕຣາລີ ຈຳນວນ 2,25 ລ້ານໂດລາອົດສະຕຣາລີ ໂດຍຜ່ານອົງການອະນາໄມໂລກ ຈະຊ່ວຍໃຫ້ລັດຖະບານລາວສາມາດເພີ່ມຈຳນວນການກວດຫາພະຍາດໃນບັນດາແຂວງຕ່າງໆ ແລະ ເຮັດໃຫ້ໄດ້ຮັບຜົນກວດໄວຂຶ້ນ.
ທຶນຊ່ວຍເຫຼືອຈໍານວນດັ່ງກ່າວນີ້ແມ່ນການໃຫ້ທຶນເພີ່ມເຕີມແກ່ ສປປ ລາວ ຈາກທຶນທີ່ໄດ້ປະກາດໄປແລ້ວຈຳນວນ 16,2 ລ້ານໂດລາ ເພື່ອຈັດຊື້ ແລະ ແຈກຢາຍວັກຊີນທີ່ປອດໄພ ແລະ ມີປະສິດທິຜົນ. ລັດຖະບານອົດສະຕຣາລີມີຄວາມມຸ່ງໝັ້ນທີ່ຈະຊ່ວຍ ສປປ ລາວ ຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19.

