ກະຊວງການເງິນ ເຜີຍແຜ່-ເຊື່ອມຊຶມວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ໃນວັນທີ 25 ສິງຫາ 2021 ນີ້, ກະຊວງການເງິນ, ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ມີສະຫາຍຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ, ບັນດາສະຫາຍຄະນະບໍລິຫານງານ, ເລຂາ-ຮອງເລຂາຄະ ນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກຂັ້ນຫົວໜ້າພະແນກ-ຮອງຫົວໜ້າພະແນກເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງການເງິນ, ໄດ້ມີຄຳເຫັນກ່ຽວກັບການຈັດຕັ້ງເຊື່ອມຊຶມເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແມ່ນສ້າງຄວາມເອກະພາບ, ສ້າງຄວາມຕັດສິນໃຈພາຍໃນຄະນະພັກໃນການດໍາເນີນວຽກງານຕົວຈິງໂດຍສະເພາະພະນັກງານນໍາພາຄຸ້ມຄອງໃນແຕ່ລະຂົງເຂດ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແມ່ນຄວາມຮັບຜິຊອບຂອງໝົດທຸກຄົນຮ່ວມກັນແກ້ໄຂ, ຄົ້ນຄວ້າ, ລົງເລິກບັນຫາຄວາມຮັບຜິດຊອບທາງການເມືອງເນັ້ນໜັກໃສ່ການຄົ້ນຄວ້າເຊື່ອມຊຶມເນື້ອໃນຕົ້ນຕໍ ເພື່ອໃຫ້ຄະນະພັກກະຊວງຮີບຮ້ອນສ້າງແຜນງານ, ແຜນດໍາເນີນງານພາຍໃນອົງຄະນະພັກ ແລະ ບັນດາກົມເພື່ອດໍາເນີນການຈັດຕັ້ງປະຕິບັດ.

ໃນກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຄັ້ງນີ້,ຈະໄດ້ພ້ອມກັນເຊື່ອມຊຶມ 4 ເອກະສານໃຫຍ່ສຳຄັນເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021, ເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮ່າງຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ແນະນໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນຂະແໜງການເງິນ, ຊຶ່ງເປັນບັນຫາທີ່ພັກກໍ່ຄືລັດລັດຖະບານຕັດສິນໃຈສ້າງບາດລ້ຽວໃໝ່ໃນການບໍລິຫານລັດ, ການປຸກລະດົມທາງດ້ານກົນໄກ,ແບບແຜນເພື່ອບັນລຸໄດ້ຕາມຈຸດປະສົງທີ່ມະຕິກອງປະຊຸມໃຫຍ່ໄດ້ວາງອອກ.

ພ້ອມກັນນັ້ນ, ທ່ານ ລັດຖະມົນຕີກະຊວງການເງິນ, ໄດ້ຍົກໃຫ້ເຫັນບາງບັນຫາທີ່ສໍາຄັນໃນເອກສານຄໍາສັ່ງຂອງກົມການເມືອງສູນກາງພັກເປັນຕົ້ນ:ການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນຢ່າງທົ່ວເຖິງ,ເພື່ອໃຫ້ພະນັກງານສະມາຊິກພັກໄດ້ຮັບຮູ້ເຂົ້າໃຈເປັນເອກະພາບສູງຕໍ່ເນື້ອໃນຈິດໃຈຊີ້ນໍາແລະ ມີຄວາມຕັດສິນໃຈເດັດດ່ຽວໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ,ເນັ້ນໃຫ້ຄະນະພັກແຕ່ລະຂັ້ນຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ, ຮີບດ່ວນດໍາເນີນການແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງຫຼາຍໆດ້ານໃນການພັດທະນາເສດຖະກິດ-ສັງ ຄົມທີ່ມີລັກສະນະຊໍາເຮື້ອຜ່ານມາ, ຕິດພັນໂດຍກົງກັບການປັບປຸງພາຍໃນພັກຂອດຂັ້ນດ້ານການບໍລິຫານລັດ, ສຸມໃສ່ການແກ້ໄຂການຮົ່ວໄຫຼການຈັດເກັບລາຍຮັບງົບປະມານແກ້ທັງກົນໄກ, ລະບຽບການທັງຂອດການຈັດຕັ້ງ ແລະ ບຸກຄະ ລາກອນ, ຄົ້ນຄວ້ານະໂຍບາຍຈໍານວນໜຶ່ງທີ່ມີຄວາມຈໍາເປັນ ແລະ ມີປະສິດທິຜົນທາງເສດຖະກິດອອກໃຫ້ໄວ,ເລັ່ງປະຕິຮູບລັດວິສາຫະກິດເປັນບຸລິມະສິດແຖວໜ້າຂອງການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ.