ກະຊວງປ້ອງກັນປະເທດສະຫະລັດ ຈະສົ່ງເຮືອບິນການຄ້າ 18 ລຳ ເພື່ອສະໜັບສະໜູນຊ່ວຍການອົບພະຍົບ

ກະຊວງປ້ອງກັນປະເທດສະຫະລັດ ຫຼື ‘Pentagon’ ເປີດເຜີຍວ່າ: ສະຫະລັດ ຈະສົ່ງເຮືອບິນການຄ້າອີກ 18 ລຳ ໄປທີ່ອັຟການິສຖານເພື່ອອົບພະຍົບປະຊາຊົນຕື່ມອີກ. ໂດຍປະທານາທິບໍດີ ໂຈ ໄບເດັນ ຍື່ນຄຳຂາດວ່າ: ວັນທີ 31 ສິງຫາ 2021 ນີ້, ຈະເປັນມື້ສຸດທ້າຍທີ່ທະຫານອາເມຣິກາ ຈະຢູ່ໃນອັຟການິສຖານ.
ໃນຂະນະຫລາຍປະເທດພະຍາຍາມຂະຫຍາຍເວລາອອກໄປ ເພື່ອຊ່ວຍອົບພະຍົບພົນລະເມືອງຂອງເຂົາເຈົ້າ ແລະ ພົນລະເມືອງອັຟການິສຖານທີ່ເຄີຍເຮັດວຽກໃຫ້ອົງການຈັດຕັ້ງສາກົນ ຈາກປະເທດຕາເວັນຕົກໃຫ້ປອດໄພຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພາະວ່າມັນບໍ່ແນ່ນອນວ່າກຸ່ມຕາລີບັນຈະລະເວັ້ນໂທດໃຫ້ກັບປະຊາຊົນກຸ່ມນີ້ຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ຫຼືບໍ່.

