ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ສຳເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 10 ສິງຫານີ້ ພາຍຫລັງດຳເນີນມາເປັນເວລາ 5 ວັນຢູ່ຫໍປະຊຸມໃຫຍ່ ສະພາແຫ່ງຊາດ ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍມີ ການນຳຂັ້ນສູງພັກ-ລັດ, ຄະນະລັດຖະບານ, ສະມາຊິກສະ ພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ ເຂົ້າຮ່ວມ.
ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ປິດກອງປະຊຸມໂດຍລະບຸວ່າ: ກອງປະ ຊຸມສະໄໝວິສາມັນເທື່ອນີ້, ໄດ້ສຸມໃສ່ຄົ້ນຄວ້າ ແລະ ພິຈາລະນາ ເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ປຶກສາຫາລື ປັບປຸງກົດໝາຍທີ່ກ່ຽວຂ້ອງ ດ້ວຍຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຮອງເອົາດ້ວຍຄະແນນສຽງສ່ວນຫລາຍ; ກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ລັດຖະບານທີ່ໄດ້ມີຄວາມພະຍາຍາມສູ້ຊົນກະກຽມ ວາລະແຫ່ງຊາດ ທັງສອງສະບັບ ແລະ ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມຄັ້ງນີ້, ກອງປະຊຸມ ສະເໜີລັດຖະບານ ສືບຕໍ່ນໍາເອົາຄວາມຄິດເຫັນຂອງກອງປະຊຸມ ໄປປັບປຸງເຂົ້າໃສ່ວາລະແຫ່ງຊາດ ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ ແລະ ສາ ມາດຈັດຕັ້ງປະຕິບັດໄດ້, ຮີບຮ້ອນສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບວາລະແຫ່ງຊາດ ໃຫ້ເປັນລະບົບໂດຍໄວ ແນໃສ່ຜ່ອນຄາຍສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ສືບຕໍ່ສ້າງໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ພ້ອມນີ້, ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດ ໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອສ້າງເງື່ອນໄຂ ແລະ ເປັນເຄື່ອງມືສໍາຄັນ ໃນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍເປັນຮູບປະທໍາ, ໂດຍກອງປະຊຸມສະເໜີ ໃຫ້ຄະນະຮັບຜິດຊອບ ນໍາເອົາຄວາມຄິດເຫັນຂອງສະມາ ຊິກສະພາແຫ່ງຊາດ ນຳໄປປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ໃຫ້ຄົບຖ້ວນສົມບູນ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ມີຜົນສໍາເລັດເປັນຢ່າງດີ. ຂະນະດຽວກັນ, ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດ ຖະບານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບ ຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງອະທິບາຍ ຈາກທ່ານນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ ທີ່ກ່ຽວຂ້ອງ ກ່ຽວກັບບັນຫາທີ່ກອງປະຊຸມມີຄວາມສົນໃຈ.
ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບກຽດ ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ນໍາພາໂດຍ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ສສ ຫວຽດນາມ, ເຊິ່ງໄດ້ມີການກ່າວຄໍາປາໄສ ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ເຂົ້າຮ່ວມພິທີມອບ-ຮັບຫໍສະພາແຫ່ງຊາດຫລັງ ໃໝ່ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.
ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ແມ່ນໝາກຜົນແຫ່ງການຫັນເອົາແນວທາງນະໂຍບາຍ, ມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມວິສາມັນ ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ມາເປັນອັນລະອຽດໄວ້ໃນກົດໝາຍ ແລະ ທິດທາງວຽກງານຂອງສະພາແຫ່ງຊາດ ກໍຄື ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເປັນຂະ ບວນການຝົດຝື້ນ ແລະ ກວ້າງຂວາງມີຜົນສໍາເລັດສູງ.

