ອຸຕຸເຕືອນ​ໃຫ້​ເຝົ້າລະວັງຕິດຕາມສະພາບນໍ້າ​ຢ່າງ​ໃກ້ຊິດ

ຕາມ​ການ​ພະຍາກອນລະດັບ​ນ້ຳຂອງ ​ແລະ ນ້ຳ​ໄຫລ​ເຂົ້າ​ອ່າງ​ນ້ຳ​ງື່ມ​ໃນ​ວັນ​ທີ 21 ກໍລະກົດ​ຂອງກົມ​ອຸ​ຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ​: ​ລະດັບ​ນ້ຳຂອງ​ ຢູ່​ແຂວງຫລວງ​ພະ​ບາງ ​ເພີ່ມ​ຂຶ້ນ​ປະມານ 9,64 ​- 9,66 ​ແມັດ (​ເຂດ​ລະວັງ​ໄພ 17,50 ​ແມັດ ​ແລະ ​ເຂດ​ອັນ​ຕະລາຍ 18 ​ແມັດ); ວຽງ​ຈັນ ຫລັກ 4 (ນ້ຳຂອງ) 6,72 – 6,82 ​ແມັດ (​ເຂດ​ລະວັງ​ໄພ 11,50 ​ແມັດ ​ແລະ ​ເຂດ​ອັນຕະລາຍ 12,50 ​ແມັດ); ປາກ​ຊັນ (ນ້ຳຂອງ) 10,70 – 10,76 ​ແມັດ (ເຂດ​ລະວັງ​ໄພ 13,50 ​ແລະ ​ເຂດ​ອັນຕະລາຍ 14,50 ​ແມັດ), ສະຫວັນ​ນະ​ເຂດ (ນໍ້າຂອງ) 9,07 – 9,20 ​ແມັດ (ເຂດ​ລະວັງ​ໄພ 12 ​ແມັດ ​ແລະ ​ເຂດ​ອັນຕະລາຍ 13 ​ແມັດ); ປາກ​ເຊ (ນ້ຳຂອງ) 8,96 – 9,24 ​ແມັດ (​ເຂດ​ລະວັງ​ໄພ 11​ ​ແມັດ ​ແລະ ​ເຂດ​ອັນຕະລາຍ 12 ​ແມັດ); ​ຂົວ​ເຊ (ເຊ​ບັ້ງ​ໄຟ) 17,39 – 17,45 ​ແມັດ (​ເຂດ​ອັນຕະລາຍ 17,50 ​ແມັດ ​ແລະ ​ເຂດ​ອັນຕະ ລາຍ 18,50 ​ແມັດ); ເຂື່ອນນ້ຳ​ງື່ມ 203,24 – 203,59 ​ແມັດ (​ເຂດ​ລະວັງ​ໄພ 212 ​ແມັດ ​ແລະ ​ເຂດ​ອັນຕະລາຍ 212,31 ​ແມັດ), ດັ່ງ​ນັ້ນ ຈຶ່ງ​ເຕືອນ​ໃຫ້​ປະຊາຊົນ​ຜູ້​ທີ່ຢູ່​ເຂດ​ດັ່ງກ່າວ ມີ​ຄວາມ​ລະມັດລະວັງ​ຕົວ​ຕໍ່​ສະພາບ​ຝົນຕົກ, ນ້ຳ​ຖ້ວມ​ຍຶ່ງທີ່​ອາດ​ຈະ​ເກີດ​ຂຶ້ນ ​ແລະ ​ເກັບ​ມ້ຽນ​ວັດ​ຖຸສິ່ງ​ຂອງ​ທີ່​ມີຄ່າ ​ແລະ ສັດລ້ຽງ​ຂອງ​ຕົນ​ໄວ້​ທີ່​ປອດ​ໄພ ເພື່ອ​ປ້ອງ​ກັນ ​ແລະ ສະກັດ​ກັ້ນບໍ່​ໃຫ້​ເກີດ​ເຫດ​ການຄື​ທີ່​ເຄີຍ​ເປັນ​ມາ.