2 ບັນຫາພື້ນຖານຂອງຈັນຍາບັນສື່ມວນຊົນ

ຮຽບຮຽງໂດຍ: ຂ ຊານຸບານ
1: ຊາດ: ແຕ່ລະຄົນລ້ວນແຕ່ມີຊາດຂອງຕົນກໍດັ່ງໄມ້ຕ້ອງມີກົກເຫງົ່າ, ແມ່ນໍ້າ ຕ້ອງມີແຫລ່ງກຳເນີດຂອງມັນ ແລະ ພວກເຮົາຕ້ອງເຂົ້າໃຈນຳກັນວ່າຊາດບໍ່ພຽງ ແຕ່ແມ່ນຊຸມຊົນ ແລະ ມີແບບແຜນການດຳລົງຊີວິດ, ປະຫວັດສາດ,ວັດທະນະທຳ ຂອງຊຸມຊົນນັ້ນເທົ່ານັ້ນ, ຊຶ່ງມັນຍັງແມ່ນຄຸນຄ່າທາງຈິດໃຈ ທີ່ໄດ້ຮັບການຝຶກຝົນ ຫລໍ່ຫລອມຕົນເອງຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງການ ດຳລົງຊີວິດຂອງແຕ່ລະຄົນໃນສັງຄົມນັ້ນ ແລະ ສິ່ງນີ້ຍັງແມ່ນກົກເຫງົ້າອັນສັກ ກາລະບູຊາທີ່ມະນຸດຄົນເຮົາໃຜໆກໍມຸ້ງຫັວງ, ໂດຍສະເພາະແມ່ນ ໃນໄລຍະເວລາທີ່ມີ ຄວາມຫຍຸ້ງຍາກຂັບຂັນ ແລະ ຖ້າເວົ້າເຖິງຊາດໃດຫນຶ່ງແລ້ວກໍລ້ວນແຕ່ຕິດພັນ ກັບປະເທດຂອງຕົນໃນຄວາມຫມາຍທີ່ເປັນບ່ອນຕັດສາຍແຮ່ແຜ່ໄສ້ບື, ບ່ອນທີ່ກໍໃຫ້ເກີດນິໃສໃຈຄໍ ແລະ ແບບແຜນການດຳລົງຊີວິດຂອງແຕ່ລະຄົນ.
ຊາດຍັງເປັນພື້ນຖານການກໍ່ໃຫ້ເກີດຄຸນສົມບັດຂອງນັກຂ່າວ, ຊຶ່ງກ່ອນອື່ນຫມົດກໍອາດແມ່ນຈຸດພິເສດທາງດ້ານວັດທະນະທຳ,ຄຸນຄ່າທາງດ້ານມູນ ເຊື້ອຂອງຊາດທີ່ເປັນສ່ວນ ສຳຄັນໃນການຕັດສິນແບບແຜນດຳລົງຊີວິດ ແລະ ມາດຕະຖານຂອງການພົວພັນຊຶ່ງກັນ ແລະ ກັນຂອງຊຸມຊົນໃນສັງຄົມນັ້ນ ແລະ ອັນທີ່ສອງຂອງການຕັດສິນການກໍ່ຕົວຂອງຄຸນສົມບັດນັກຂ່າວແມ່ນ ຄຸນຄ່າ ແລະ ຜົນປະໂຫຍດລວມຂອງຊາດທີ່ຈະຕ້ອງໄດ້ປົກປັກຮັກສາ ແລະ ພັດທະນາໃຫ້ຊາດ ຂອງຕົນມີການຂະຫຍາຍຕົວ, ແຕ່ແນ່ນອນວ່າຊາດໃດຫນຶ່ງຈະຫມັ້ນຄົງ ແລະ ຂະຫຍາຍຕົວໄດ້ກໍຕໍ່ເມື່ອມັນແທດເຫມາະກັບການຮ່ວມມືສາມັກຄີຮັກແພງຊ່ວຍ ເຫລືອຊຶ່ງກັນ ແລະ ກັນ, ຮູ້ເຄົ່າລົບນັບຖືກັນ ພ້ອມກັນຂະຫຍາຍຕົວໄປກັບຊາດອື່ນໆ, ນີ້ກໍແມ່ນ ບັນຫາຫນຶ່ງທີ່ມີຄວາມສຳຄັນ ແລະເປັນຕາຍ ສຳລັບຜູ້ເຮັດ ວຽກງານ ສື່ມວນຊົນ.
2 ຊົນເຜົ່າ: ແຕ່ລະຄົນລ້ວນແຕ່ມີຊົນເຜົ່າແຫລ່ງກຳເນີດຂອງຂອງຕົນດັ່ງ ນັ້ນພວກເຮົາຕ້ອງ ເຂົ້າໃຈວ່າຊົນເຜົ່າ ບໍພຽງແຕ່ແມ່ນຊຸມຊົນ ແລະ ແບບແຜນການດຳລົງຊີວິດ, ປະຫວັດສາດ, ວັດທະນະທຳ ຂອງຊຸມຊົນນັ້ນເທົ່ານັ້ນ, ຊຶ່ງມັນຍັງແມ່ນຄຸນຄ່າທາງ ຈິດໃຈທີ່ໄດ້ຮັບ ການຝຶກຝົນຫລໍ່ລອມ ຕົນເອງຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ຂອງຊີວິດການເປັນຢູ່ແຕ່ລະຄົນໃນສັງຄົມນັ້ນ ແລະ ສິ່ງນີ້ຍັງແມ່ນ ກົກເຫງົ້າອັນ ສັກກາລະບູຊາທີ່ມະນຸດຄົນເຮົາໃຜໆກໍມຸ້ງຫັວງ, ໂດຍສະເພາະແມ່ນໃນ ໄລຍະເວລາ ທີ່ມີຄວາມ ຫຍຸ້ງຍາກຂັບຂັນ ແລະ ຖ້າເວົ້າເຖິງຊົນຊາດຊົນເຜົ່າໃດຫນຶ່ງກໍລ້ວນແລ້ວແຕ່ຕິດພັນກັບປະເທດຊາດຂອງຕົນໃນຄວາມຫມາຍທີ່ເປັນບ່ອນຕັດສາຍແຮ່ແຜ່ໄສ້ບື, ບ່ອນທີ່ກໍໃຫ້ເກີດນິໃສໃຈຄໍ ແລະ ແບບແຜນການດຳລົງຊີວິດ ຂອງແຕ່ ລະຄົນ.
ຊົນເຜົ່າຍັງເປັນພື້ນຖານການກໍ່ໃຫ້ເກີດຄຸນສົມບັດຂອງນັກຂ່າວ, ຊຶ່ງກ່ອນອື່ນຫມົດກໍອາດແມ່ນຈຸດພິເສດທາງດ້ານວັດທະນະທຳ, ຄຸນຄ່າທາງດ້ານ ມູນເຊື້ອຂອງຊາດກໍເປັນສ່ວນ ສຳຄັນໃນການຕັດສິນແບບແຜນດຳລົງຊີວິດ ແລະ ມາດຕະຖານຂອງການພົວພັນຊຶ່ງກັນ ແລະ ກັນຂອງຊຸມຊົນໃນສັງຄົມນັ້ນ ແລະ ອັນທີ່ສອງຂອງການຕັດສິນການກໍຕົວຂອງຄຸນສົມບັດນັກຂ່າວແມ່ນ ຄຸນຄ່າ ແລະ ຜົນປະໂຫຍດລວມຂອງຊາດທີ່ຈະຕ້ອງໄດ້ປົກປັກຮັກສາ

