ກົມສ່ວຍສາອາກອນ ຍາມໃດຍົກສູງຄຸນນະພາບ ພະນັກງານ-ລັດຖະກອນ ໃຫ້ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີປະສິດທິຜົນ

ໂດຍປະຕິບັດ ຕາມຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ 1813/ກງ ລົງວັນທີ 02 ເມສາ 2021 ວ່າດ້ວຍການອະນຸມັດ ໃຫ້ກົມສ່ວຍສາອາກອນຈັດການປະເມີນຄວາມຮູ້, ຄວາມສາມາດ ຂອງພະນັກງານພາຍໃນກະຊວງການເງິນ ເພື່ອຮັບໃຊ້ຂົງເຂດວຽກງານສ່ວຍສາອາກອນ ປະຈໍາປີ 2021.
ວັນທີ 3 ສິງຫາ 2021 ກົມສ່ວຍສາອາກອນ ໄດ້ຈັດການປະເມີນຄວາມຮູ້, ຄວາມສາມາດ ຂອງພະນັກງານ ພາຍໃນກະຊວງການເງິນ ປະຈໍາປີ 2021 ເພື່ອຮັບໃຊ້ຂົງເຂດສ່ວຍສາອາກອນ, ໂດຍການເປັນປະທານຂອງ ທ່ານ ທໍາມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ,ມີຄະນະຮັບຜິດຊອບການປະເມີນ ພ້ອມດ້ວຍຜູ້ທີ່ເຂົ້າຮ່ວມປະເມີນ ຈາກບັນດາກົມອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.
ການຈັດການປະເມີນ ຄວາມຮູ້ ຄວາມສາມາດ ກ່ຽວກັບວຽກງານສ່ວຍສາອາກອນ ຂອງພະນັກງານ ກະຊວງການເງິນ ປະຈໍາປີ 2021 ໃນຄັ້ງນີ້ ແມ່ນເພື່ອປະເມີນຄວາມຮູ້, ຄວາມສາມາດ ເພື່ອຮັບໃຊ້ໃນຂົງເຂດວຽກງານສ່ວຍສາອາກອນ ເຊິ່ງເປົ້າໝາຍທີ່ເຂົ້າຮ່ວມປະເມີນ ໃນຄັ້ງນີ້ ມີຄະນະພະແນກ ແລະ ພະນັກງານວິຊາການ ທີ່ເປັນລັດຖະກອນຂອງຫ້ອງການກະຊວງ, ບັນດາກົມອ້ອມຂ້າງກະຊວງ, ສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ ແລະ ສະຖາບັນເສດຖະກິດການເງິນ.
ໃນການປະເມີນ ໃນຄັ້ງນີ້ ແມ່ນມີຜູ້ເຂົ້າຮ່ວມທົງໝົດ 87 ທ່ານ ຍິງ 34 ທ່ານ ໃນນີ້, ມາຈາກບັນດາກົມອ້ອມຂ້າງກະຊວງການເງິນ ຈໍານວນ 8 ທ່ານ ຍິງ 2 ທ່ານ ສໍາລັບຫົວຂໍ້ທີ່ນໍາມາປະເມີນຄວາມຮູ້ ຄວາມສາມາດ ປະກອບມີ ວຽກງານການບັນຊີ, ການກວດກາໄລ່ລຽງອາກອນ, ກົດໝາຍກ່ຽວກັບວຽກງານສ່ວຍສາອາກອນ ແລະ ການຄຸ້ມຄອງລະບົບ TaxRIS.
ທັງນີ້,ກໍ່ເພື່ອເຮັດໃຫ້ວຽກງານປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານຂອງພະນັກງານຂະແໜງສ່ວຍສາອາກອນ ໃຫ້ມີປະສິດທິພາບ ທັງເປັນການປັບປຸງ ແລະ ຍົກສູງຄຸນນະພາບ ພະນັກງານ-ລັດຖະກອນ ໃຫ້ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີປະສິດທິຜົນ.

