ໜ່ວຍພັກກົມງົບປະມານແຫ່ງລັດເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ໃນວັນທີ 27 ກໍລະກົດ 2021 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ໜ່ວຍພັກກົມງົບປະມານແຫ່ງລັດ ຄະນະບໍລິຫານງານພັກກະຊວງການເງິນ, ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເອກະສານສຳຄັນຈຳນວນໜຶ່ງ, ເພື່ອໃຫ້ບັນດາສະຫາຍຄະນະໜ່ວຍພັກ, ສະມະຊິກພັກ-ພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດ, ກໍາໄດ້ເນື້ອໃນຈິດໃຈຕົ້ນຕໍ, ມີຄວາມເຂົ້າໃຈຢ່າງເປັນເອກະພາບ ແລະ ຈັດຕັ້ງປະຕິບັດເກີດຜົນເປັນຈິງ.

ໂດຍການເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະພັກ-ປະທານກວດກາພັກ, ສະມາຊິກພັກເຂົ້າຮ່ວມ.
ໂດຍປະຕິບັດຕາມຈິດໃຈຊີ້ນໍາ ແລະ ການຕົກລົງຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືຄໍາສັ່ງກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເພື່ອໃຫ້ບັນດາສະຫາຍ, ພະນັກງານນໍາພາຫຼັກແຫຼ່ງກໍາໄດ້ເນື້ອໃນຈິດໃຈຕົ້ນຕໍ, ມີຄວາມເຂົ້າໃຈຢ່າງເປັນເອກະພາບ, ເພື່ອສືບຕໍ່ນໍາພາຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ XI ເຂົ້າສູ່ວຽກງານຂອງຕົນ ແລະ ເຮັດໃຫ້ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກໄດ້ຮັບການຈັດຕັ້ງເຊື່ອມຊຶມຢ່າງກວ້າງຂວາງເລິກເຊິ່ງ ແລະ ຈັດຕັ້ງປະຕິບັດເກີດຜົນເປັນຈິງ.

ໂດຍສະເພາະມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 1 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ມະຕິກອງປະຊຸມຄົບຄະນະບໍລະຫານງານພັກ ເປີດກວ້າງ ຄັ້ງທີ 2 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເອກະສານສຳຄັນຈຳນວນໜຶ່ງ, ເພື່ອໃຫ້ກໍາໄດ້ເນື້ອໃນຈິດໃຈຕົ້ນຕໍ, ມີຄວາມເຂົ້າໃຈຢ່າງເປັນເອກະພາບ ແລະ ຈັດຕັ້ງປະຕິບັດເກີດຜົນເປັນຈິງ, ແນ່ໃສ່ຍົກສູງບົດບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ.

ບັນດາເອກະສານສຳຄັນທີ່ນຳມາເຜີຍແຜ່,ເຊື່ອມຊຶມມີມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານພັກ ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລະຫານງານພັກ ເປີດກວ້າງ ຄັ້ງທີ 1, ຄັ້ງທີ 2 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ເຜີຍແຜ່ເຊື່ມຊຶມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI, ເຜີຍແຜ່ເຊື່ມຊຶມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແລະ ແຜນພັດທະນາງົບປະມານ 5 ປີ ຄັ້ງທີ IX, ເຊື່ອມຊຶມເອກະສານປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 30 ປີ, ເອກະສານປາຖະກະຖາວັນສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 100 ປີນຳອີກດ້ວຍ.